ປະ​ທານ​ປະ​ເທດ ໂຕ​ເລິມ​ຖະ​ຫວາຍ​ທູບທຽນ ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ ຢູ່​ປັກ​ປໍ

(VOVWORLD) - ໂດຍສືບຕໍ່ໂຄງການເຮັດວຽກຢູ່ແຂວງ ກ໋າວບັ່ງ, ຕອນເຊົ້າວັນທີ 10 ມິຖຸນາ, ທ່ານປະທານປະເທດ ໂຕເລິມໄດ້ໄປຈູດທູບທຽນ, ຖະຫວາຍດອກໄມ້ ອາໄລຫາປະທານໂຮ່ຈີມິນ ຢູ່ຫໍບູຊາປະທານໂຮ່ຈີມິນ.

ປະ​ທານ​ປະ​ເທດ ໂຕ​ເລິມ​ຖະ​ຫວາຍ​ທູບທຽນ ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ ຢູ່​ປັກ​ປໍ - ảnh 1ທ່ານປະທານປະເທດ ໂຕເລິມ ຈູດທູບທຽນ, ຖະຫວາຍດອກໄມ້ ອາໄລຫາປະທານໂຮ່ຈີມິນ ຢູ່ຫໍບູຊາປະທານໂຮ່ຈີມິນ

ທ່ານປະທານປະເທດ ໂຕເລິມໄດ້ສະແດງຄວາມເຄົາລົບນັບຖືຕໍ່ດວງວິນຍານປະທານໂຮ່ຈີມິນ, ສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຂອງເພິ່ນຕໍ່ພາລະກິດແຫ່ງການຕໍ່ສູ້ກູ້ຊາດ, ສ້າງສາປະເທດຊາດ. ທ່ານປະທານປະເທດ ສະເໜີອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງ ກ໋າວບັ່ງ ສືບຕໍ່ປະຕິບັດວຽກງານອະນຸລັກຮັກສາ, ປະຕິສັງຂອນເປັນຢ່າງດີ, ສືບຕໍ່ເສີມຂະຫຍາຍມູນເຊື້ອຂອງ ເຂດຮ່ອງຮອຍສະຖານປະຫວັດສາດ ລະດັບຊາດພິເສດ ປັກປໍ, ສະແດງໃຫ້ເຫັນຄວາມຮັບຜິດຊອບ, ນ້ຳໃຈ, ຄວາມຮູ້ບຸນຄຸນອັນເລິກເຊິ່ງ ຂອງຄົນລຸ້ນນີ້ຕໍ່ຄຸນງາມຄວາມດີທີ່ໃຫຍ່ຫຼວງຂອງເພິ່ນ.

ແລະກໍ່ໃນຕອນເຊົ້າວັນທີ 10 ມິຖຸນາ, ທ່ານປະທານປະເທດ ໂຕເລິມ ກໍ່ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງຮຽນອະນຸບານ ປັກປໍ, ຕາແສງ ເຈື່ອງຮ່າ, ເມືອງຮ່າກ໋ວາງ; ໄປຢ້ຽມຢາມ, ໂອ້ລົມ ແລະ ມອບຂອງຂວັນໃຫ້ພະນັກງານ, ນັກຮົບຕຳຫຼວດ ຕາແສງ ເຈືື່ອງຮ່າ, ເມືອງຮ່າກ໋ວາງ.

ຕອບກັບ

ຂ່າວ/ບົດ​ອື່ນ