ປະທານປະເທດ ໄປອວຍພອນປີໃໝ່ພໍ່ແມ່ ປະຊາຊົນ, ນັກຮົບຢູ່ ແຂວງລາວກາຍ

ປະທານປະເທດ ໄປອວຍພອນປີໃໝ່ພໍ່ແມ່ ປະຊາຊົນ, ນັກຮົບຢູ່ ແຂວງລາວກາຍ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​
ອວຍພອນ​ພະນັກງານ​ປ້ອງ​ກັນຊາ​ຍ​ແດນ
(ພາບ: baolaocai.vn)


(vovworld) – ຄໍ່າ​ຄືນ​ວັນ​ທີ 02/02 ​ແລະ ຕອນ​ເຊົ້າວັນ​ທີ 03/02, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ພະນັກງານ​ປ້ອງ​ກັນຊາ​ຍ​ແດນ ​ແລະ ປະຊາຊົນ​ບັນດາ​​ເຜົ່າ​ພວມ​ດຳລົງ​ຊີວິດ​ຢູ່​ເຂດ​ຊາຍ​ແດນ​ແຂວງ​ລາວ​ກາຍ.

        ຕອນ​ເຊົ້າ​ວັນ​ທີ 03/02, ​ເມື່ອ​ມາ​ຢ້ຽມຢາມ ​ແລະ ອວຍພອນ​ປີໃໝ່​ປະຊາຊົນບັນດາ​ເຜົ່າຢູ່​ຕາ​ແສງ ບານ​ກວາ, ​ເມືອງ ບ໋າ​ດຊາດ. ​ທ່ານ​ປະທານ​ປະ​ເທດ ​ໄດ້​ອວຍພອນ​​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ພໍ່​ແມ່​ປະຊາຊົນ​ບັນ​ດາ​ເຜົ່າ​ໃນ​ຕາ​ແສງ​ໄດ້ຕ້ອນຮັບ​ບຸນປີ​ໃໝ່​ຢ່າງ​ອົບ​ອຸ່ນ, ມີ​ຄວາມ​ຜາ​ສຸກ ​ແລະ ປີ​ໃໝ່​ຍາດ​ໄດ້​ໄຊຊະນະ​ໃໝ່​ຫຼາຍ​ຢ່າງ ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບຢູ່​ເຂດ​ຊາຍ​ແດນ.

        ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານ​ປະ​ເທດ​ໄດ້​ໄປ​ອ​ວຍພອນ​ປີ​ໃໝ່​ພະນັກງານ​ບັນດາ​ນັກຮົບ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ​ເຂດ​ດ່ານ​ຊາຍ​ແດນ​ສາກົນ ລາວ​ກາຍ, ປ້ອມ​ປ້ອງ​ກັນຊາ​ຍ​ແດນ ບ໋າ​ດຊາດ. ທ່ານ​ປະທານ​ປະ​ເທດສະ​ເໜີ​ໃຫ້​ທະ​ຫານ​ປ້ອງ​ກັນຊາ​ຍ​ແດນ​ລາວ​ກາຍ ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ມີ​ຢູ່​ແລ້ວ​ໃນ​ໄລຍະ​ຜ່ານ​ມາ, ປະຕິບັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ເປ​ັນຢ່າງ​ດີ, ສົມທົບ​ກັບ​ບັນດາ​ກຳລັງກ່ຽວຂ້ອງ​ເພີ່ມ​ທະວີ​ມາດ​ຕະການ​ຮັບປະກັນ​ໃຫ້​ດ່ານ​ຊາຍ​ແດນ​ສາກົນ​ລາວ​ກາຍ ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ສືບ​ຕໍ່​ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ.

        ​ເມື່ອ​ຢ້ຽມຢາມ​ພະນັກງານ, ລັດຖະກອນ​ອົງການ​ໄອ​ຍະ​ການ​ປະຊາຊົນ​​ແຂວງ ​ແລະ ສາ​ນປະຊາຊົນ​ແຂວງ, ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ: ລັດຖະທຳ​ມະນູນ​ປີ 2013 ​​ໄດ້​ເປີດ​ກວ້າງ​ຫຼາຍ​ສິດ​​ໃຫ້ອົງການ​ຕຸລາການ, ສະ​ນັ້ນ, ​ໃນ​ໄລຍະ​ຈະ​ມາ​ເຖິງ ​ໜ້າ​ທີ່​ຂອງ​ລະບົບ​​ໄອ​ຍະ​ການ, ສານ ຈາກ​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນຕ້ອງ​ໄດ້​ຮັບ​ການ​ຍົກ​ສູງຄຸນ​ນະພາບ​ການ​ເຄື່ອນ​ໄຫວ​ພິພາກສາ, ຮັບປະກັນ​ລັກສະນະ​ກະ​ແຈ່ງ​ແຈ້ງ, ຖືກ​ຕາມ​ກົດໝາຍ.

ຂ່າວ/ບົດ​ອື່ນ