ປະ​ທານ​ປະ​ເທດ​ຈີນ ສົ່ງ​ສານອວຍ​ພອນ​ທ່ານ Joe Biden ທີ່​ໄດ້​ຮັບ​ໄຊ​ຊະ​ນະໃນການ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

(VOVWORLD) -ຕາມສື່ມວນຊົນ ຈີນ ແລ້ວ, ວັນທີ 25 ພະຈິກ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ສົ່ງສານອວຍພອນທ່ານ Joe Biden ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ.
ປະ​ທານ​ປະ​ເທດ​ຈີນ ສົ່ງ​ສານອວຍ​ພອນ​ທ່ານ Joe Biden ທີ່​ໄດ້​ຮັບ​ໄຊ​ຊະ​ນະໃນການ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ - ảnh 1ທ່ານ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຢູ່ປັກກິ່ງ, ຈີນ ເມື່ອປີ 2013  (ພາບ:REUTERS)

ໃນສານອວຍພອນ, ທ່ານປະທານປະເທດ ຈີນ ຊີ້ແຈ້ງວ່າ, ການຊຸກຍູ້ການພົວພັນລະຫວ່າງ ຈີນ - ອາເມລິກາ ໃຫ້ພັດທະນາຢ່າງປອດໃສ, ມີສະຖຽນລະພາບນັ້ນ ບໍ່ພຽງແຕ່ເໝາະສົມກັບຜົນປະໂຫຍດຫຼັກຂອງປະຊາຊົນສອງປະເທດເທົ່ານັ້ນ, ຫາກຍັງແມ່ນຄວາມຫວັງລວມຂອງປະຊາຄົມສາກົນອີກດ້ວຍ.

        ທ່ານປະທານປະເທດຈີນ ສີຈີ້ນຜິງ ຫວັງວ່າ ສອງປະເທດຈະປະຕິບັດບົນເນື້ອໃນຈິດໃຈບໍ່ປະທະກັນ, ບໍ່ສູ້ຢັ້ນກັນ, ເຄົາລົບເຊິ່ງກັນແລະກັນ, ຮ່ວມມືກັນ ພ້ອມກັນຊະນະ, ສຸມໃສ່ການຮ່ວມມື, ຊຸກຍູ້ການພົວພັນລະຫວ່າງ ຈີນ - ອາເມລິກາ ໃຫ້ພັດທະນາຢ່າງປອດໃສ, ມີສະຖຽນລະພາບ ແລະ ມຸ່ງໄປຂ້າງໜ້າ, ຮ່ວມມືກັນພ້ອມກັບບັນດາປະເທດ ແລະ ປະຊາຄົມສາກົນ ຍູ້ໄວພາລະກິດອັນສູງສົ່ງ ເພື່ອໂລກ ແຫ່ງສັນຕິພາບ ແລະ ພັດທະນາ.

        ໃນວັນດຽວກັນ, ທ່ານຮອງປະທານປະເທດ ຈີນ ຫວາງສີຊາງ  ກໍໄດ້ສົ່ງສານອວຍພອນ ເຖິງທ່ານນາງ Kamala Harris  ທີ່ໄດ້ຮັບການເລືອກຕັ້ງເລືອກຕັ້ງເປັນຮອງປະທານາທິບໍດີ ອາເມລິກາ.

ບິກທ້ວນ, ນັກຂ່າວ VOV ປະຈຳ ປັກກິ່ງ


 

ຕອບກັບ

ຂ່າວ/ບົດ​ອື່ນ