ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ຈະ​ໄປ​ຢ້​ຽມ​ຢາມ ​ກາ​ຊັກ​ສະ​ຖານ ແລະ ຕັດຈິກິດສະຖານ

(VOVWORLD) - ອົງການຮ່ວມມືຊຽງໄຮ້ (SCO) ແມ່ນອົງການລະຫວ່າງລັດຖະບານໂດຍສ້າງຕັ້ງຂຶ້ນແຕ່ວັນທີ 15 ມິຖຸນາ ປີ 2001 ຢູ່ຊຽງໄຮ້, ຈີນ. SCO ລວມມີ 8 ປະເທດສະມາຊິກ: ຈີນ, ລັດເຊຍ, ກາຊັກສະຖານ, ກຽກກິດສະຖານ, ຕັດຈິກິດສະຖານ, ອຸເບກິດສະຖານ, ອິນເດຍ ແລະ ປາກິດສະຖານ.
ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ຈະ​ໄປ​ຢ້​ຽມ​ຢາມ ​ກາ​ຊັກ​ສະ​ຖານ ແລະ ຕັດຈິກິດສະຖານ - ảnh 1ທ່ານປະທານປະເທດຈີນ ສີຈິ້ນຜິງ (ພາບ: THX/TTXVN)

ວັນທີ 30 ມິຖຸນາ, ກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ທ່ານປະທານປະເທດຈີນ ສີຈິ້ນຜິງ ຈະໄປເຂົ້າຮ່ວມກອງປະຊຸມສຸດຍອດ ຂອງອົງການຮ່ວມມືຊຽງໄຮ້ (SCO) ແລະ ຢ້ຽມຢາມທາງລັດຖະກິດຢູ່ ກາຊັກສະຖານ ແລະ ຕັດຈິກິດສະຖານ ໃນລະຫວ່າງວັນທີ 2 ກໍລະກົດ ຫາວັນທີ 6 ກໍລະກົດ. ຕາມແຜນການ, ທ່ານສີຈິ້ນຜິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ເຊິ່ງຈະໄດ້ຈັດຂຶ້ນຢູ່ ກາຊັກສະຖານ ໃນວັນທີ 3 ກໍລະກົດ ແລະ ວັນທີ 4 ກໍລະກົດ, ຖັດຈາກນັ້ນແມ່ນ ຕັດຈິກິດສະຖານ

ລັດເຊຍ ພວມມານະພະຍາຍາມສັບຊ້ອນກການພົບປະລະຫວ່າງທ່ານປະທານປະເທດ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢູ່ນອກກອງປະຊຸມສຸດຍອດ. ຄາດວ່າ ການນຳສອງທ່ານຈະປຶກສາຫາລືບັນດາບັນຫາຮ້ອນເຮັ່ງເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ອົງການຮ່ວມມືຊຽງໄຮ້ (SCO) ແມ່ນອົງການລະຫວ່າງລັດຖະບານໂດຍສ້າງຕັ້ງຂຶ້ນແຕ່ວັນທີ 15 ມິຖຸນາ ປີ 2001 ຢູ່ຊຽງໄຮ້, ຈີນ. SCO ລວມມີ 8 ປະເທດສະມາຊິກ: ຈີນ, ລັດເຊຍ, ກາຊັກສະຖານ, ກຽກກິດສະຖານ, ຕັດຈິກິດສະຖານ, ອຸເບກິດສະຖານ, ອິນເດຍ ແລະ ປາກິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ