ປະທານປະເທດຈີນຢືນຢັນການຮ່ວມມືແມ່ນການເລືອກເຟັ້ນຢ່າງຖືກຕ້ອງທີ່ສຸດໃນການພົວພັນຈີນ-ອາເມລິກາ

ປະທານປະເທດຈີນຢືນຢັນການຮ່ວມມືແມ່ນການເລືອກເຟັ້ນຢ່າງຖືກຕ້ອງທີ່ສຸດໃນການພົວພັນຈີນ-ອາເມລິກາ - ảnh 1
ປະ​ທານ​ປະ​ເທດ​ຈີ​ນ​ຢືນ​ຢັນ​ການ​ຮ່ວມ​ມື​
ແມ່ນ​ການ​ເລືອກ​ເຟັ້ນຢ່າງ​ຖືກ​ຕ້ອງ​ທີ່​ສຸດ​ໃນ​ການ​ພົວ​ພັນ​ຈີ​ນ-ອາ​ເມ​ລິ​ກາ
(ພາບ: Reuters)

(vovworld) - ​ວັນ​ທີ 06/04, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donanld Trump ແລະ ທ່ານ​ປ​ະ​ທ​ານ​ປ​ະ​ເທດ​ຈີນ ​ສີ​ຈີນ​ຜິງ ໄດ້​ມີ​ກາ​ນ​ພົບ​ປະ​ເຈ​ລະ​ຈາ​ເປັນ​ຄັ້ງ​ທຳ​ອິດ ຢ​ູ່​ເຂດ​ຕາກ​ອາ​ກາດ Mara Lago ຢູ່​ລັດ Florida, ປະ​ເທດ​ອາ​ເມ​ລິ​ກາ. ກ່າວ​ຄຳ​ເຫັນ​ທີ່​ການ​ພົ​ບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ​າ​ທິ​ບໍ​ດີ Trump, ທ່ານ​ປະ​ທານ​ປະ​ເທດ ສີ​ຈີນ​ຜິງ ໄດ້​ຢືນ​ຢັນ​ການ​ຮ່ວມ​ມື​ແມ່ນ​ການ​ເລືອກ​​ເຟັ້ນຢ່າງ​ຖືກ​ຕ້ອງ​ຂອງ​ທັງ 2 ປະ​ເທດ ແລະ 2 ຝ່າຍ​ສາ​ມາດ​ເປັນ​ຄູ່​ຮ່ວມ​ມື​ທີ່​ດີ​ຂອງ​ກັນ. ຕາມ​ທ່ານ​ປະ​ທານ​ປ​ະ​ເທດ ສີ​ຈີນ​ຜິງ ແລ້ວ, 2 ຝ່າຍ​ຕ້ອງ​ຈັດ​ຕັ້ງ​ບັນ​ດາ​ການ​ພົບ​ປະ​ແລກ​ປ່ຽນ​ຂັ້ນ​ສູງ; ​ພ້ອ​ມ​ທັງຮຽກ​ຮ້ອງ​​ໃຫ້ນຳ​ໃຊ້ 4 ກົນ​ໄກ​ຮ່ວມ​ມື, ​ເຈ​ລະ​ຈາ​ຂັ້ນ​ສູງ​ເຊິ່ງ​ຫາກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ; ຊຸກ​ຍູ້​ການ​ເຈ​ລະ​ຈາ​ສັນ​ຍາ​ລົງ​ທຶນ 2 ຝ່າຍ…

        ສ່ວນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donanld Trump ສະ​ແດງ​ຄວາມ​ຫວັງ​ກ່ຽວ​ກັບ​ການ​ພົບ​ປະ​ຄັ້ງ​ນີ້, ປາດ​ຖະ​​ໜາ​ຢາກ​ພ້ອມ​ກັບ​ທ່ານ​ປະ​ທານ​ປະ​ເທດ ​ສີ​ຈີນ​ຜິງ ສ້າງ​ການ​ພົວ​ພັນ​ອັນ​ດີ​ງາມ, ຜ່ານນັ້ນ​ຊຸກ​ຍູ້​ການ​ພົວ​ພັນ​ຈີນ - ອາ​ເມ​ລິ​ກາ ໃຫ້​ພັດ​ທະ​ນາ​ດີກວ່າ.

        2 ຝ່າຍ​ລ້ວ​ນ​ແຕ່​ຖື​ວ່າ, ຕ້ອງ​ເພີ່ມ​ທະ​ວ​ີ​ການ​ເຊື່ອມ​ຕໍ່, ສົມ​ທົບ​ກັນ​ໃນ​ບັນ​ດາ​ບັນ​ຫາ​ສາ​ກົນ, ພາກ​ພື້ນ, ແກ້​ໄຂ​ບັນ​ດາ​ຈຸດ​ຮ້ອນ​ຮັ່ງ​ທີ່​ກ່ຽວ​ຂ້ອງ​ໃນ​ພາກ​ພື້ນ​ໃຫ້​ເປັນ​ຢ່າງ​ດີ, ເປີດກວ້າງ​ການ​ຮ່ວມ​ມື​ເພື່ອ​ພ້ອມ​ກັບ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ​ວັດ​ທະ​ນາ​ຖາ​ວອນ​ໃນ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ