ປະທານປະເທດຈີນຢ້ຽມຢາມສ.ເກົາຫຼີ

ປະທານປະເທດຈີນຢ້ຽມຢາມສ.ເກົາຫຼີ - ảnh 1
ທ່ານນາງປະທານາທິບໍດີ ສ. ​ເກົາຫຼີ Park Geun – hye ແລະ ທ່ານ​ປະທານ​ປະ​ເທດ ຈີນ ສື້ຈີ້​ນຜິ​ງ
(ພາບ: AP)

(vovworld) – ວັນ​ທີ 3/7, ທ່ານ​ປະທານ​ປະ​ເທດ ຈີນ ສື້ຈີ້​ນຜິ​ງ ​ໄດ້​​ໄປ​ຮອດ​ນະຄອນຫຼວງ ​ເຊີ​ອູ​ນ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມທາງ​ລັດຖະກິດ ສ. ​ເກົາຫຼີ ​ເປັນ​ເວລາ 2 ວັນ. ​ໃນ​ການ​ຢ້ຽມຢາມ, ຄ​າ​ດວ່າ, ທ່ານ​ປະທານ​ປະ​ເທດ ຈີນ ​ແລະ ທ່ານນາງປະທານາທິບໍດີ ສ. ​ເກົາຫຼີ Park Geun – hye ຈະ​ເຈລະຈາ​ກ່ຽວກັບ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ 2 ຝ່າຍ​ກໍ່​ຄື​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ. ວົງ​ການ​ເຈົ້າ​ໜ້າ​ທີ່ ສ. ​ເກົາຫຼີ ​ໃຫ້​ຮູ້​ວ່າ: ການ​ນຳ 2 ປະ​ເທດ​ກໍ່​ໄດ້​ປຶກສາ​ຫາລື​ບັນດາ​ຄວາມ​ມານ​ະພະຍາຍາມ​ເພື່ອ​ຮັບ​ມື​ກັບ​ໂຄງການ​ນິວ​ເຄຼຍຂອງ ສປປ ​ເກົາຫຼີ. ​ຄາດ​ວ່າ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, 2 ຝ່າຍ​ຈະ​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ບາງ​ສະບັບ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ເງິນ, ສິ່ງ​ແວດລ້ອມ.

    ນີ້​ແມ່ນ​ການ​ຢ້ຽມຢາມ​ຄັ້ງ​ທຳ​ອິດ​ຂອງ​ທ່ານ ສື້ຈີ້​ນຜິ​ງ ​ເຖິງ ສ. ​ເກົາຫຼີ​ໃນ​ຖານະ​ເປັນ​ປະມຸກ​ລັດ ນັບ​ແຕ່​​ທ່ານ​ດຳລົງ​ຕຳ​ແໜ່​ງ​​ເມື່ອ​ປີ​ກ່າຍ​ນີ້. 2 ຝ່າຍ​ຫວັງ​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານ ສື້ຈີ້​ນຜິ​ງ ຈະ​ຊ່ວຍ​ປັບ​ປຸ​ງການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ໃນ​ອະ​ນາ​ຄົດ. ປະຈຸ​ບັນ, ຈີນ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ລາຍ​ໃຫຍ່​ຂອງ ສ. ​ເກົາຫຼີ​. ວົງ​ເງິນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ບັນລຸ​​ເກືອບ 230 ຕື້ USD ​ໃນ​ປີ 2013.



ຂ່າວ/ບົດ​ອື່ນ