ປະທານປະເທດຈີນສີຈີ້ນຜິງຢ້ຽມຢາມແອັດສະປາຍ

(VOVWORLD) -ວັນທີ 27 ພະຈິກ, ທ່ານປະທານປະເທດຈີນ ສີຈີ້ນຜິງ ໄປຮອດແອັດສະປາຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ປະເທດເອີລົບນີ້ ເປັນເວລາ 3 ວັນກ ນີ້ແມ່ນການຢ້ຽມຢາມປະເທດເອີລົບ ຂອງປະມຸກລັດຈີນ ຄັ້ງທຳອິດໃນຮອບເວລາ 13 ປີຜ່ານມາ.

ປະທານປະເທດຈີນສີຈີ້ນຜິງຢ້ຽມຢາມແອັດສະປາຍ - ảnh 1 ທ່ານປະທານປະເທດຈີນ ສີຈີ້ນຜິງ

(ພາບປະກອບ: THX/TTXVN)

ການຢ້ຽມຢາມຄັ້ງນີ້ແມ່ນເພື່ອແນໃສ່ປັບປຸງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ແລະ ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ.

        ແອັດສະປາຍ ແມ່ນປະເທດທຳອິດໃນການເດີນທາງໄປຢ້ຽມຢາມທາງລັດຖະກິດຂອງທ່ານປະທານປະເທດ ສີຈີ້ນຜິງ ຢູ່ບັນດາປະເທດແອັດສະປາຍ, ອາກຊັງຕິນ, ປານາມາ, ປອັກຕຸຍການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 13 ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ຢູ່ນະຄອນຫຼວງ Buenos Aires ຂອງ ອາກຊັງຕິນ.

        ກ່ອນໜ້ານັ້ນ, ວົງການເຈົ້າໜ້າທີ່ທຳນຽບຂາວ ໃຫ້ຮູ້ວ່າ, ຢູ່ນອກກອງປະຊຸມສຸດຍອດ G20 ຈະມາເຖິງ, ຄາດວ່າ ທ່ານປະທານາທິບໍດີອາເມລິກາ Donald Trump ຈະພົບປະກັບທ່ານປະທານປະເທດຈີນ ສີຈີ້ນຜິງ ເພື່ອປຶກສາຫາລືກ່ຽວກັບສະພາບຄວາມເຄັ່ງຕຶງດ້ານການຄ້າພວມເພີ່ມຂຶ້ນລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ