ປະທານປະເທດຈີນເຈລະຈາກັບປະທານາທິບໍດີອາເມລິກາກ່ອນທີ່ດຳເນີນກອງປະຊຸມສຸດຍອດຈີ20

ປະທານປະເທດຈີນເຈລະຈາກັບປະທານາທິບໍດີອາເມລິກາກ່ອນທີ່ດຳເນີນກອງປະຊຸມສຸດຍອດຈີ20 - ảnh 1
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ແລະ ທ່ານ​ປະທານ​ປະ​ເທດ ​ຈີນ ສື້ຈີ້​ຜິ​ງ 
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) – ວັນ​ທີ 3/9, ທ່ານ​ປະທານ​ປະ​ເທດ ​ຈີນ ສື້ຈີ້​ຜິ​ງ ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​​ແຖວ​ໜ້າ​ຂອ​ງ​ໂລກ (ຈີ20), ຢູ່​ຮາງ​ເຈົາ, ປະ​ເທດ ຈີນ. ທີ່​ການ​ເຈລະຈາ, ທ່ານ ສື້ຈີ້​ນຜິ​ງ ​ໄດ້​ຊີ້​ແຈ້ງວ່າ: ຈີນ​ ກຽມພ້ອມ​ສົມທົບ​ກັບ ອາ​ເມ​ລິ​ກາ ​ເພື່ອ​ຮັບປະກັນ​ການ​ພົວພັນ 2 ຝ່າຍຖືກ​ດຳ​ເນີນ​ຢ່າງ​ຖືກ​ທິດ. ທ່ານ​ກະຕຸກ​ຊຸກຍູ້ 2 ປະ​ເທດ​ປະຕິບັດ​ບັນດາ​ຫຼັກການ​ບໍ່​ປະ​ທະ​ກັນ, ​ເຄົາລົບ​ນັບຖື​ເຊິ່ງກັນ ​ແລະ ກັນ ​ແລະ ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍ​ດ ​ແລະ ຄວບ​ຄຸມ​ຄວາມ​ບໍ່​ລົງ​ລອຍ​ກັນ​ຕາມ​ທິດ​ສ້າງສັນ, ​ເພື່ອ​ຊຸກຍູ້​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ສະຖຽນ​ລະ​ພາບ​ຂອງ​ການ​ພົວພັນ 2 ຝ່າຍ. ທ່ານ ສື້ຈີ້​ນຜິ​ງ ກໍ່ປາດ​ຖະໜາ​ວ່າ: ຈີນ ຢາກ​ສົມທົບ​ກັບ ອາ​ເມ​ລິ​ກາ ​ແລະ ບັນດາ​ຝ່າຍ​ເພື່ອ​ບັນລຸ​ໄດ້​ບັນດາ​ໝາກຜົນ​ມີ​ປະສິດທິ​ຜົນ​ທີ່​ກອງ​ປະຊຸມ​ສຸດ​ຍອດ ຈີ 20, ນ​ຳມາ​ເຊິ່ງທ່າ​ຊຸກ​ຍຸ້​ໃໝ່​ໃຫ້​​ແກ່​​ເສດຖະກິດ​ໂລກ ພ້ອມ​ທັງ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ. ​ໃນ​ຂະນະ​ນັ້ນ, ສຳນັກ​ຂ່າວສານ Reuters ​ໄດ້ຄັດສະ​ເໜີ​ຄຳ​ເວົ້າຂອງ​ທ່ານ​ປະທານາທິບໍດີ Obama ​ໃນ​ການ​ພົບ​ປະ​ກັບ​ທ່ານ ສື້ຈີ້​ນຜິ​ງ ວ່າ: ທ່ານ​ຢາ​ກມີ​ການ​ເຈລະຈາຢ່າງ​ກົງ​ໄປ​ກົງ​ມາ ​ກ່ຽວ​ກັບ​ບັນດາ​ບັນຫາ​ຫຍຸ້ງຍາກ​ໃນ​ການ​ພົວພັນ 2 ຝ່າຍ, ຄື​ບັນຫາ​ຄວາມ​ໝັ້ນຄົງ​ທາງ​ອີນ​ເຕີ​ເນ​ັດ, ສິດທິ​ມະນຸດ ​ແລະ ບັນດາ​ຄວາມ​ວິຕົກ​ວັງ​ວົນ​ກ່ຽວ​ກັບ​ການ​ເດີນ​ເຮືອ.


ຂ່າວ/ບົດ​ອື່ນ