ປະທານປະເທດຕ້ອນຮັບ ຜູ້ແທນເຂົ້າຮ່ວມກອງປະຊຸມໃຫ່ຍຜູ້ ແທນ ແມ່ຍິງທົ່ວປະເທດ

ປະທານປະເທດຕ້ອນຮັບ ຜູ້ແທນເຂົ້າຮ່ວມກອງປະຊຸມໃຫ່ຍຜູ້ ແທນ ແມ່ຍິງທົ່ວປະເທດ - ảnh 1
( ພາບ: truongtansang.net/ )

( vovworld ) ວັນ​ທີ 13/3, ໃນ​ມື້​ເຮັດ​ວຽກ​ທີ 2, ກອງ​ປະຊຸມ​ໃຫ່ຍ​ແມ່ຍິງ​ທົ່ວ​ປະ​ເທດຄັ້ງທີ 11, ບັນ​ດາ​ຜູ້​ແທນ​ສືບ​ຕໍ່​ປຶ​ກສາ​ຫາລື​ກ່ຽວ​ກັບ​ເນື້ອ​ໃນ, ວິທີ​ການ​ເຄື່ອນ​ໄຫວ​ຂອງສະຫະພັນ​ແມ່ຍິງ​ຫວຽດນາມ ​ໃນ​ອາຍຸ​ການ​ທີ່​ຈະ​ມາ​ເຖິງ. ກ່ອນ​ໜ້ານັ້ນ, ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 12/3, ທີ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ໄດ້​ໃຫ້ການ​ຕ້ອນຮັບ​ແມ່ຍິງ​ຜູ້ດີ​ເດັ່ນເກືອບ 100 ທ່ານ​ນາງ  ​ເນື່ອງ​ໃນ​ໂອກາດ​ເຂົ້າຮ່ວມກອງ​ປະຊຸມ​ໃຫ່ຍ​ແມ່ຍິງ​ທົ່ວ​ປະ​ເທດຄັ້ງທີ 11. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ຂອງ​ແມ່ຍິງ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ທ່ານ​ເນັ້ນໜັກ​ວ່າ, ປະຫວັດສາດ​ຫວຽດນາມ ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ​ໃນ​ບໍ່​ວ່າ​ຍຸກ​ສະ​ໄໝໃດ​ກໍ​ມີ​ບັນດາ​ແບບຢ່າງ​ວິລະ​ຊົນ, ພິລະ​ອາດ​ຫານ​ຂອງ​ແມ່ຍິງ, ນັ້ນ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ລວມຂອງ​ທົ່ວທັງ​ຊາດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ​ສະ​ເໜີ​ວ່າ, ​ໃນ​ໄລຍະ​ນີ້, ສະຫະພັນ​ແມ່ຍິງຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ໃນ​ໄລຍະ​ຫຍຸ້ງຍາກ, ສ້າງ​ນ້ຳ​ໃຈ​ສາມັກຄີ​ໃນ​ທົ່ວ​ສັງຄົມ, ປະກອບ​ສ່ວນ​ເຂົ້າ​ໃນພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ກໍ​ປາດ​ຖະໜາ​ວ່າ ພະນັກງານ​ຍິງ​ຈະ​ເຂົ້າຮ່ວມ​ການ​ຜັນ​ຂະຫຍາຍ​ມະຕິ​ເລກທີ 4 ຂອງ​ສູນ​ກາງ​ພັກ​ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ປັບປຸງ ພັກ​ຢ່າງ​ຕັ້ງໜ້າ, ພ້ອມ​ກັນນັ້ນ, ຄະນະ​ບໍລິຫານ​ງານ​ຊຸດ​ໃໝ່​ຂອງ​ສະຫະພັນ​ແມ່ຍິງ​ທີ່ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ຄັງນີ້ ຈະ​ສືບ​ຕໍ່​ຊຸກຍູ້​ວຽກ​ງານ​ປົກ​ປ້ອງ​ສິດສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ, ​ເປີດ​ກ້ວາງ​ເງື່ອນ​ໄຂ​ເຂົ້າຮ່ວມ​ການ​ຮ່ຳຮຽນ, ຍົກ​ສູງລະດັບ ​ແລະ​ ວຽກ​​ເຮັດ​ງານ​ທຳຂອງ​ແມ່ຍິງ​ຢູ່​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສະ​ເໜີ​ບັນດາ​ມາດ​ຕະການທີ່​ມີ​ປະສິດທິ​ຜົນ​ໃນ​ການ​ສະກັດ​ກັ້ນບັນດາ​ການກະທຳລະ​ເມີດ​ທີ່​ກ່ຽວຂ້ອງ​ເຖິງຄຸນ​ນະ​ທາດຂອງ​ແມ່ຍິງ.

ປະທານປະເທດຕ້ອນຮັບ ຜູ້ແທນເຂົ້າຮ່ວມກອງປະຊຸມໃຫ່ຍຜູ້ ແທນ ແມ່ຍິງທົ່ວປະເທດ - ảnh 2
ຜູ້ແທນເຂົ້າຮ່ວມກອງປະຊຸມໃຫ່ຍ
(ພາບ:thaibinhtv.vn)

       ກອງ​ປະຊຸມ​ໃຫ່ຍຜູ້​ແທນ​ແມ່ຍິງ​ທົ່ວ​ປະ​ເທດຄັ້ງທີ 11 ພວມ​ດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ແມ່ຍິງ​ທົ່ວ​ປະ​ເທດ. ດ້ວຍ​ຫົວ​ຂໍ້​ວ່າ: “ສາມັກຄີ-ມີ​ຫົວຄິດ​ປະດິດ​ສ້າງ-​ເຊື່ອມ​ໂຍງ-​ພັດທະນາ“, ກອງ​ປະຊຸມ​ໃຫ່ຍຄັ້ງນີ້ ສືບ​ຕໍ່​ຕິດ​ພັນ​ກັບ​ພາລະ​ໜ້າ​ທີ່; ຮັບ​ຟັງ​ຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ຂອງ​ສະມາຊິກ, ປະກອບສ່ວນເພີ່ມທະວີບົດບາດ, ທີ່ຕັ້ງຂອງແມ່ຍິງໃນໄລຍະໃໝ່. ເອື້ອຍ ເລທິແຮ້ງ, ຢູ່ຕາແສງ ຮ່ວາບັກ, ເມືອງ ຮ່າວວາງ, ນະຄອນ ດ່ານັງ ເວົ້າວ່າ: “ໂດຍແມ່ນສະມາຊິກຂອງສະຫະພັນແມ່ຍິງ, ຂ້າພະເຈົ້າປາດຖະໜາວ່າ ກອງປະຊຸມ ໃຫ່ຍຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 11 ຈະປະສົບຜົນສຳເລັດຢ່າງຈົບງາມ. ບົດ​ພື້ນຖານ​ບັນດາ​ເນື້ອ​ໃນ​ການ​ເຄື່ອນ​ໄຫວ, ພວກ​ເຮົາ​ຈະ​ປ່ຽນ​ແປງ​ບັນດາ​ຮູບ​ການ​ໃຫ້​​ໃກ້​ຊິດ ​ແລະ ມີ​ປະສິດທິ​ຜົ​ນກ່ວາ, ຊ່ວຍ​ໃຫ້​ເອື້ອຍ​ນ້ອງ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃນ​ທຸກ​ດ້ານ, ​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ຈິດ​ໃຈ ​ແລະ​ ຄຸນ​ນະພາ​ບຊີວິດ

  ​ເອື້ອຍ ວັນ​ທິກີ​ມຍູງ, ປະທານ​ສະຫະພັນ​ແມ່ຍິງ​ເມືອງ ​ໄຕເຊີນ, ​ແຂວງ​ບິງ​ດີ້​ງ ປາດ​ຖະໜາ​ວ່າ ກອງ​ປະຊຸມ​ໃຫ່ຍຈະ​​ເລືອກ​ຕັ້ງບັນດາ​ພະນັກງານ​ຂອງ​ສະຫະພັນ ຜູ້​ທີ່​ສຸດ​ຈິດ​ສຸດ​ໃຈ, ມີ​ລະດັບ​ຄວາມ​ຮູ້ ​ແລະ​ ຄວາມ​ຮັບຜິດຊອບ ​ເພື່ອ​ນຳ​ຂະ​ບວນການ​ແມ່ຍິງ​ນັບ​ມື້​ນັບ​ກ້າວ​ຂຶ້ນ:  “​ໃນ​ຖານະ​ແມ່ນ​ພະນັກງານ​ສະຫະພັນ​ແມ່​ຍິງ, ຂ້າພະ​ເຈົ້າປາດ​ຖະໜາ​ວ່າ ກອງ​ປະຊຸມ​ໃຫ່ຍຈະ​ຄົ້ນຄ້ວາ ​ແລະ​ ຍົກ​ອອກ​ບັນດາ​ແຜນ​ນະ​ໂຍບາຍ, ມີ​ລະບອບ​ອຸດ​ໜູນ​ລະອຽດ​ ໃຫ້​ຖັນ​ແຖວ​ພະນັກງານ​ສະຫະພັນ​ແມ່ຍິງ​ຂັ້ນຮາກ​ຖານ, ພ້ອມ​ກັນນັ້ນກໍ​ຈັດ​ບັນດາ​ຊຸດ​ຝຶກ​ອົບຮົມ ບຳລຸງ​ສ້າງ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ຂອງ​ຖັນ​ແຖວ​ພະນັກງານ​ຍິງ“

  ສ່ວນ​ບັນດາ​ແມ່ຍິງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ກໍ​ປາດ​ຖະໜາ​ວ່າ ກອງ​ປະຊຸມ​ໃຫ່ຍຄັ້ງນີ້ ຈະ​ວາງ​ອອກ​ບັນດາ​ນະ​ໂຍບາຍ​ເໝາະ​ສົມ​ກັບ​ແມ່ຍິງ​ເຂດ​ພູ​ດອຍ. ​ເອື້ອຍ ​ເກ​ສື​ວ, ຫົວໜ້າ​ພະ​ແນ​ກຊົນ​ເຜົ່າ ​ແຂວງ​ເທື່ອ​ທຽນ​ເຫ້ວ ​ໃຫ້​ຮູ້​ວ່າ:

 “​ໂດຍ​ແມ່ນ​ແມ່ຍິງ​ຊາວຊົນ​ເຜົ່າສ່ວນ​ໜ້ອຍ, ຂ້າພະ​ເຈົ້າຫວັງ​ວ່າ, ກອງ​ປະຊຸມ​ໃຫ່ຍຄັ້ງນີ້ ຈະ​ສະຫງວນ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ແມ່ຍິງ​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊາຍ​ແດນ, ໝູ່​ເກາະ​ທະ​ເລ…​ກ່ວາ​ອີກ. ຂ້າພະ​ເຈົ້າປາດ​ຖະໜາ​ວ່າ ​ແມ່ຍິງ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຈະ​ມີກາລະ​ໂອກາດ​ເພື່ອ​ເຊື່ອມ​​ໂຍງ ​ແລະ​ ອຸທິດ​ສ່ວນ​ໃຫ້​ແກ່​ສັງຄົມ​ຫຼາຍ​ກ່ວາ​ອີກ“.

ໂດຍ​ສືບ​ຕໍ່​ການ​ເຮັດ​ວຽກ, ວັນ​ທີ 13/3, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ແມ່ຍິງ​ທົ່ວ​ປະ​ເທດ​ຄັ້ງ​ທີ XI ​ໄດ້​ດຳ​ເນີນ​ການ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ຫວຽດນາມ​ຊຸດ​ທີ XI (​ອາຍຸ​ການ 2007-2012) ກອງ​ປະຊຸມ​ໃຫຍ່​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຈຳນວນ​ກຳມະການຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ຫວຽດນາມ​ຊຸດ​ທີ XI ​ແມ່ນ 169 ທ່ານ​ນາງ, ​ເພີ່ມ​ຂຶ້ນ 10 ທ່ານ​ນາງ​ເມື່ອ​ທຽບ​ໃສ່​ຊຸດ​ທີ X. ນີ້​ແມ່ນ​ບັນດາ​ຜູ້ຍິງ​ທີ່​ມີ​ຄູນ​ສົມບັດ, ພູມ​ປັນຍາ, ມີ​ຄວາມ​ຂະຫຍັນ​ຂັນ​ເຂ່ືອນ, ມີ​ຫົວຄິດ​ປະດິດ​ສ້າງ, ມີ​ຄວາມ​ສາມັກຄີ, ສຸດ​ຈິດ​ສຸດ​ໃຈ ​ແລະ ສະໝັກ​ໃຈ​ເຄື່ອນ​ໄຫວ​ວຽກ​ງານ​ສະຫະພັນ, ​ເປັນ​ຕົວ​ແທນ​ໃຫ້​ແກ່​ແມ່ຍິງ​ທຸກ​ຊັ້ນ​ວັນນະ​ຢູ່​ຫວຽດນາມ, ສະ​ແດງ​ໃຫ້​ເຫັນ​ລັກສະນະ​ສະຫະພັນ​ຢ່າງ​ກວ້າງຂວາງ, ກໍ່​ຄື​ເຈດ​ຈຳນົງ, ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ແມ່ຍິງ​ຫວຽດນາມ. ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ຫວຽດນາມ​ຊຸດ​ທີ XI ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ.

ຂ່າວ/ບົດ​ອື່ນ