ປະທານປະເທດຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີພັດທະນາແຫຼ່ງຊັບພະຍາກອນມະນຸດAPEC

ປະທານປະເທດຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີພັດທະນາແຫຼ່ງຊັບພະຍາກອນມະນຸດAPEC - ảnh 1
​ປະທານປະເທດຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີພັດທະນາແຫຼ່ງຊັບພະຍາກອນມະນຸດAPEC
(ພາບ: Nguyễn Khang/TTXVN)

(vovworld) – ທີ່​ການ​ຕ້ອນຮັບ​ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ APEC ຄັ້ງ​ທີ 6 ​ໃນ​ຕອນ​ບ່າຍ​ວັນ​ທີ 6/9, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່ໜ້າ​ບັນດາ​ຜົນ​ສຳ​ເລັດ​ຂອງ​ກອງ​ປະຊຸມ, ພ້ອມ​ທັງ​ຕີ​ລາຄາ​ສູງ​ບັນດາ​ຂໍ້​ລິ​​ເລີ່​ມ, ຖະ​ແຫຼ​ງການ​ຮ່ວມ​ ​ແລະ ​ໂຄງການ​ເຄື່ອນ​ໄຫວ​ທີ່​ບັນດາ​ຜູ້​ແທນ​ໄດ້​​ເຫັນ​ດີ​ເປັນ​ເອກະ​ພາບຮັບຮອງ​ເອົາ. ​ແບ່ງປັນ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ພາຍຫຼັງ​ເກືອ​ບ 30 ປີ​ແຫ່​ງການ​ປ່ຽນ​ໃໝ່, ທ່ານ​ປະທານ​ປະ​ເທດ ​ຖື​ວ່າ: ຫວຽ​ດນາມ ​ໄດ​້ກຳນົດ​ແຫຼ່ງຊັບພະຍາກອນ​ມະນຸດ​ຄຸນ​ນະພາ​ບສູງ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂອດບຸກທະລຸ​ຍຸດ​ທະ​ສາດ​, ຮັບ​ໃຊ້​ການ​ຍູ້​ແຮງ​ຫັນ​ເປັນ​​ອຸດສາຫະກຳ, ທັນ​ສະ​ໄໝ ​ແລະ ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ພິ​ເສດ, ​ໃນ​ໄລຍະ 16 ປີ​ເຂົ້າ​ຮ່ວມ APEC, ຍາມ​ໃດ ຫວຽດນາມ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ສະມາຊິກເປັນ​ເຈົ້າ​ການທີ່ມີ​ຄວາມ​ຮັບຜິດຊອບ, ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາ​ຊິກຊຸກຍູ້​ບັນດາ​ບຸລິ​ມະ​ສິດ​ໃນ​ການ​ຮ່ວມ​ມື​ຢ່າງແທດ​ຈິງ, ພິ​ເສດ​ແມ່ນ​ຂົງ​ເຂດ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ. ທ່ານ​ປະທານ​ປະ​ເທດ ຫວັງ​ວ່າ: APEC ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​​ເປັນ​ກຳລັງ​ໜູນ​ຂອງ​ການ​ເຕີບ​ໂຕ ​ແລະ ​ເຊື່ອມ​ຕໍ່​ເສດຖະກິດ​ທົ່ວ​​ໂລກ, ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ APEC ຈະ​ສືບ​ຕໍ່​ສະໜັບສະໜູນ ຫວຽດນາມ ປະ​ຕິ​ບັດ​ສຳ​ເລັດ​ນະ​ໂຍບາຍ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ຮອບ​ດ້ານ​ໃນ​ຊຸມ​ປີ​ຕໍ່​ໄປ.
ຂ່າວ/ບົດ​ອື່ນ