ປະທານປະເທດຕອນຮັບຮອງເລຂາທິການໃຫຍ່ສປຊພວມຢ້ຽມຢາມແລະເຮັດວຽກຢູ່ຫວຽດນາມ

ປະທານປະເທດຕອນຮັບຮອງເລຂາທິການໃຫຍ່ສປຊພວມຢ້ຽມຢາມແລະເຮັດວຽກຢູ່ຫວຽດນາມ - ảnh 1
ປະທານປະເທດຕອນຮັບຮອງເລຂາທິການໃຫຍ່ສປຊ
(ພາບ: TTXVN)


(vovworld) - ​​​​ຕອນ​ບ່າຍ​ວັນ​ທີ 04/05, ທ່​ານ​ປະ​ທານ​ປະ​ເທດ ເຈ​ີນດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສ​ະ​ຫະ​ປະ​ຊາ​ຊາດ (ສ​ປ​ຊ) Jan Eliasson ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ 03 – 06/05, ໃນ​ນັ້ນ ສະ​ພາບ​ໄພ​ແຫ້ງ​ແລ້ງ​ຢູ່​ເຂດ​ຕ່າງໆ​ຂອງ​ຫວຽດ​ນາມ ແມ່ນ​ເນື້ອ​ໃນ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ໃນ​ລາຍ​ການ​ເຮັດ​ວຽກ​ຂອງທ່ານ. ທ່ານ​ປະ​ທານ​ປະ​ເທດ ເຈ​ີນດ້າຍກວາງ ໃຫ້​ຮູ້​ວ່າ, ຫວຽດ​ນາມ ພວມ​ສ້າງ​ແຜນ​ການ​ຜັນ​ຂ​ະ​ຫຍາຍ​ຂໍ້​ຕົກ​ລົງ ປາ​ຣີ ແລະ ໂຄງ​ການ​ດຳ​ເນີນ​ງານ 2030 ແລະ ບັນ​ດາເປົ້າໝາຍ​ພັ​ດ​ທະ​ນາ​ແບບ​ຍືນ​ຍົງ​ໄລ​ຍະ 2017 – 2021.

        ສ່ວນ​ທ່ານ​ຮອງ​​ເລ​ຂາ​ທິ​ການ​ໃຫຍ່​ສ​ປ​ຊ Jan Eliasson ​ປາດ​ຖະ​ໜາ​ວ່າ, ຫວຽດ​ນາມ ຈະ​ສືບ​ຕໍ່​​ປະ​ສານເປົ້າ​ໝາຍ​ດັ່ງ​ກ່າວ​ເຂົ້າ​ໃນ​ໂຄງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ເພື່ອ​ບັນ​ລຸ​ໄດ້​ໝາກ​ຜົນ​ສູງ​ກວ່າ​ອີກ. ທ່ານ​ກໍ​ຖື​ວ່າ, ເປົ້າໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ປະ​ຈຸ​ບັນ​​ແມ່ນກວ້າງ​ຂວາງກວ່າ ແລະ ມີ​ລັກ​ສະ​ນະ​ສາ​ກົນ, ໃນ​ການ​ປະ​ຕິ​ບັດ​ບໍ່​ພຽງ​ແຕ່​ໄລ​ຍະ​ຍາວ​ເທົ່​ານັ້ນ, ຫາກ​ຍັງ​ມີ​ເປົ້າ​ໝາຍ​ໃນ​ຕໍ່​ໜ້າ​ອີກ​ດ້ວຍ. ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ທ່ານ​ຈະ​ໄປ​ຢ້ຽມ​ຢາມ​ເຂດ​ທົ່ວ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຂອງ​ຫວຽດ​ນາມ ເພື່ອ​ເຫັນ​ປະ​ຈັກ​ຕາ​ສະ​ພາບ​ແຫ້ງ​ແລ້ງ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ເພື່ອ​ລາຍ​ງານ​ຕໍ່​ສ​ປ​ຊ. ທ່ານ​ໃຫ້​ຮູ້​ວ່າ, ຫວຽດ​ນາມ ຫາກ​ໍ​​ຖືກ​ຈັດເຂົ້າ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ​ຮຽກ​ຮ້ອງ​ການ​ໜູນ​ຊ່ວຍ​ຈາກ​ສາ​ກົນ. ສ​ປ​ຊ ເຂົ້າ​ໃຈ​ຄວາມ​ຫຍຸ້ງ​ຍາກ​ເຊິ່ງ​ຫວຽດ​ນາມ ພວມ​ປະ​ເຊີນ​ໜ້າ, ສ​ປ​ຊ ຈ​ະ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ຫວຽດ​ນາມ ແກ້​ໄຂ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.
    ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ຝ້າມ​ບິນ​ມິນ ກໍ​ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ.ປ.ຊ Jan Eliasson. ທີ່​ການ​ເຈ​ລະ​ຈາ, 2 ຝ່າຍ​ໄດ້​ເຫັນ​ດີ​ຈະ​ຊຸກ​ຍູ້, ສຸມ​ກຳ​ລັງ​ເພື່ອ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ໃຫຍ່ 2 ສະ​ບັບທີ່​ກ່ຽວ​ຂ້ອງ​ເຖິງ​ຂັງ​ເຂດ​ພັດ​ທະ​ນາ​ໃຫ້​ບັນ​ລຸ​ປະ​ສິດ​ທິ​ຜົນ, ນັ້ນ​ແມ່ນ​ໂຄງ​ການ​ດຳ​ເນີນ​ງານ 2030 ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ຂໍ້​ຕົກ​ລົງ​ປາ​ຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ຝ້າມ​ບິນ​ມິນ ກໍ​ໄດ້​ມີ​ການ​ແລກ​ປ່ຽນ​ກັບ​ທ່ານ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ.ປ.ຊ Jan Eliasson ກ່ຽວ​​ກັບ​ສະ​ພາບ​ການພາກ​ພື້ນ ແລະ ການ​​ຜັນ​ແປ​ທີີ່ສັບ​ສົນຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ມໍ່​ມານີ້. ​ທ່ານ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ.ປ.ຊ Jan Eliasson ຢືນ​ຢັນ​ວ່າ ທ່ານ​ໄດ້​ຕິດ​ຕາມ​ສະ​ພາບ​ການ​ຜັນ​ແປ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເປັນ​ປະ​ຈຳ ແລະ ຖື​ວ່າ ການຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ແມ່ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ; ທ່ານ​ຫວັງ​ວ່າ ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຄວນ​ລະ​ງັບ​ໃຈ, ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ ແລະ ຄວນ​ຊຸກ​ຍູ້​ເພື່ອ​ບັນ​ລຸ​ປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ