ປະທານປະເທດປະດັບຫຼຽນໄຊແຮງງານໃຫ້ແກ່ນັກຮຽນທີ່ໄດ້ຮັບລາງວັນ ໂອລິມປິກ ແລະ ວິທະຍາສາດເຕັກນິກສາກົນ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຊົມເຊີຍບັນດາຄູອາຈານ ແລະ ຂະແໜງການສຶກສາ ແລະ ຢືນຢັນວ່າ ນີ້ແມ່ນຄວາມເອກອ້າງທະນົງໃຈຂອງຫວຽດນາມ, ອັນໄດ້ ນຳກຽດສະຫງ່າມາສູ່ປະເທດຊາດ.
     ປະທານປະເທດປະດັບຫຼຽນໄຊແຮງງານໃຫ້ແກ່ນັກຮຽນທີ່ໄດ້ຮັບລາງວັນ ໂອລິມປິກ ແລະ ວິທະຍາສາດເຕັກນິກສາກົນ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ພ້ອມກັບບັນດານັກຮຽນໄດ້ຮັບຫຼຽນໄຊແຮງງານ

      ຕອນບ່າຍວັນທີ 18 ທັນວາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການ ຕ້ອນຮັບ ແລະ ປະດັບຫຼຽນໄຊແຮງງານ ໃຫ້ບັນດານັກຮຽນ ທີ່ໄດ້ຮັບລາງວັນໂອລິມປິກ ແລະ ວິທະຍາສາດ ເຕັກນິກສາກົນ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ປະດັບ 6 ຫຼຽນໄຊແຮງງານຊັ້ນ 2 ແລະ 11 ຫຼຽນໄຊແຮງງານຊັ້ນ 3 ໃຫ້ນັກຮຽນມັດທະຍົມຕອນປາຍ 17 ຄົນຍ້ອນມີບັນດາຜົນງານດີເດັ່ນໃນການສອບເສັງໂອລິມປິກສາກົນຄັ້ງຕ່າງໆ ປີ 2021.

     ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຊົມເຊີຍບັນດາຄູອາຈານ ແລະ ຂະແໜງການສຶກສາ ແລະ ຢືນຢັນວ່າ ນີ້ແມ່ນຄວາມເອກອ້າງທະນົງໃຈຂອງຫວຽດນາມ, ອັນໄດ້ ນຳກຽດສະຫງ່າມາສູ່ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ