ປະ​ທານ​ປະ​ເທດ​ຝາກ​ຈົດ​ໝາຍ​ລະ​ດົມ​ກຳ​ລັງ​ໃຈ​ຄູອ​າຈານ ແລະ ນັກ​ຮຽນ

(VOVWORLD) -ກ້າວເຂົ້າສູ່ສົກຮຽນໃໝ່ , ທ່ານປະທານປະເທດຫງວຽນຊວັນຝຸກ ປາດຖະໜາວ່າ ຂະແໜງສຶກສາສືບຕໍ່ສ້າງບຸກທະລຸໃນການປ່ຽນແປງໃໝ່ໂດຍພື້ນຖານ...
ປະ​ທານ​ປະ​ເທດ​ຝາກ​ຈົດ​ໝາຍ​ລະ​ດົມ​ກຳ​ລັງ​ໃຈ​ຄູອ​າຈານ ແລະ ນັກ​ຮຽນ - ảnh 1


ທ່ານປະທານປະເທດຫງວຽນຊວັນຝຸກ (ພາບ:
 dantri.com.vn)

   ວັນທີ 2 ກັນຍາ, ທ່ານປະທານປະເທດຫງວຽນຊວັນຝຸກ ໄດ້ຝາກຈັດໝາຍໄປຍັງບັນດາຄູອາຈານ, ພະນັກງານຄຸມຄອງ, ຜູ້ອອກແຮງງານຂະແໜງສຶກສາ, ພໍ່ແມ່ນັກຮຽນ ແລະ ນັກຮຽນ ນັກສຶກສາ ເນື່ອງໂອກາດວັນໄຂສົກຮຽນໃໝ່ 2021-2022. ທ່ານໄດ້ຍ້ອງຍໍຊົມເຊີຍໝາກຜົນທີ່ຂະແໜງສຶກສາບັນລຸໄດ້ໃນໄລຍະຜ່ານມາ. ທ່ານປະທານປະເທດຫງວຽນຊວັນຝຸກ ສະແດງຄວາມແບ່ງປັນ, ຫັນອົກເຫັນໃຈເມື່ອຫຼາຍຄອບຄົວຄູອາຈານ, ນັກຮຽນ, ພິເສດແມ່ນຢູ່ນະຄອນໂຮ່ຈີມີນ ແລະ ບັນດາແຂວງພາກໃຕ້ ທີ່ຊີວິດການເປັນຢູ່ຖືກຜົນສະທ້ອນ. ຄູອາຈານ, ນັກຮຽນ ນັກສຶກສາ ບໍ່ສາມາດໄປໂຮງຮຽນໄດ້. ກ້າວເຂົ້າສູ່ສົກຮຽນໃໝ່ , ທ່ານປະທານປະເທດຫງວຽນຊວັນຝຸກ ປາດຖະໜາວ່າ ຂະແໜງສຶກສາສືບຕໍ່ສ້າງບຸກທະລຸໃນການປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານການສຶກສາ ແລະ ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ. ສ້າງແຜນການໃນສົກຮຽນໃໝ່ ເພື່ອຜັນຂະຫຍາຍຢ່າງມີໄຫວພິບ ແລະ ຮັບປະກັນຄວາມປອດໄພ, ສຸຂະພາບໃຫ້ແກ່ຄູອາຈານ, ນັກຮຽນ ນັກສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ