ປະທານປະເທດມອບຂໍ້ຕົກລົງປະດັບຂັ້ນເອກອັກຄະລັດຖະທູດສສ ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 3 ພະຈິກ, ຢູ່ສຳນັກງານປະທານປະເທດ, ຫ້ອງວ່າການປະທານປະເທດ ແລະ ກະຊວງການຕ່າງປະເທດໄດ້ສົມທົບກັນຈັດຕັ້ງພິທີປະດັບຂັ້ນເອກອັກຄະລັດຖະທູດ ສສຫວຽດນາມ ໃຫ້ພະນັກງານການທູດ 5 ຄົນ.
ປະທານປະເທດມອບຂໍ້ຕົກລົງປະດັບຂັ້ນເອກອັກຄະລັດຖະທູດສສ ຫວຽດນາມ - ảnh 1 (ທ່ານປະທານປະເທດ ເຈິ່ນດ້າຍກວາງ)

 ຕາງໜ້າພັກ, ລັດ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ ມອບຂໍ້ຕົກລົງປະດັບຂັ້ນເອກອັກຄະລັດຖະທູດ ຂັ້ນ 2 ໃຫ້ທ່ານ ຫງວຽນກວົກຢຸງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ ຫງວຽນບ໋າຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ ລາວ; ແລະ ມອບຂໍ້ຕົກລົງປະດັບຂັ້ນເອກອັກຄະລັດຖະທູດ ຂັ້ນ 1 ໃຫ້ທ່ານນາງ ເລແອ໋ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ ເບລາຣູດ, ທ່ານ ຫງວຽນເທ໋ເກື່ອງ, ຫົວໜ້າກົງສູນ ຫວຽດນາມ ປະຈຳ ຊີຮານຸກວີນ (ກຳປູເຈຍ), ແລະ ທ່ານ    ຟ້າມກ໋ຽນທຽດ, ອະດີດ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍ.

  ກ່າວຄຳເຫັນນະພິທີ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະເໜີບັນດາ ເອກອັກຄະລັດຖະທູດ ສືບຕໍ່ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາໜ້າທີ່, ເຊິ່ງພັກ, ລັດ ໄດ້ມອບໝາຍໃຫ້ຢ່າງດີເດັ່ນກວ່າອີກ, ພິເສດແມ່ນຕ້ອງປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ. ສະແຫວງຫາບັນດາເງື່ອນໄຂສະດວກ ແລະ ບັນດາແຫຼ່ງກຳລັງພາຍນອກ ເພື່ອພັດທະນາປະເທດຊາດໃນລະດັບສູງສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ