ປະທານປະເທດມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກຢູ່ເຂດຊາຍແດນ

ປະທານປະເທດມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກຢູ່ເຂດຊາຍແດນ - ảnh 1
​ລາຍການ “ຮ່ວມ​ແຮງ​ຮ່ວມ​​ໃຈ​ເພື່ອ​ປະຊາ​ຄົມ
ມອບ​ງົວ​ພັນ​ຊ່ວຍ​ເຫຼືອ​ຄົນ​ທຸກ​ຍາກ​ຢູ່​ເຂດ​ຊາຍ​ແດນ“
(ພາບປະກອບ: TTXVN)

(vovworld) - ວັນ​ທີ 8/12, ຢູ່ນະຄອນ​ຮ່າ​ຢາງ, ​ໄດ້​ດຳ​ເນີນ​ພິທີ​ຜັນ​ຂະຫຍາຍ​ລາຍການ “ຮ່ວມ​ແຮງ​ຮ່ວມ​​ໃຈ​ເພື່ອ​ປະຊາ​ຄົມ - ມອບ​ງົວ​ພັນ​ຊ່ວຍ​ເຫຼືອ​ຄົນ​ທຸກ​ຍາກ​ຢູ່​ເຂດ​ຊາຍ​ແດນ“, ​ໂດຍ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ​ປຸກລະດົມ. ຄະນະ​ຊີ້​ນຳ​ລາຍການຢູ່​​ແຂວງຮ່າ​ຢາງ​ ຄາດ​ວ່າ​ຮອດ​ວັນ​ທີ 20/12/2014 ຈະ​ມອບ​ງົວ​ພັນ 629 ​ໂຕ, ​ແຕ່ລະ​ໂຕ​ມີ​ມູນ​ຄ່າ 15 ລ້ານ​ດົ່ງ ​ແລະ​ ຂອງຂວັນ​ຂອງ​ທ່ານ​ປະທານ​ປະ​ເທດ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ​ຢູ່ 34 ຕາ​ແສງ​ໃນ​ເຂດ​ຊາຍ​ແດນ​ທີ່​ຂຶ້ນ​ກັບ​ເມືອງ: ດົ່ງ​ວັນ, ​ແມ່ວວາກ, ອຽນ​ມິ​ງ, ກວາງ​ບ້າ, ວິ​ຊວຽນ, ຮ່ວາງ​ຊູ​ຟີ່, ຊິ໋ນ​ເມິ່ນ. ກ່ອນ​ນັ້ນ, ​ເດືອນ 11/2014, ງົວ​ພັນ 50 ​ໂຕ​ທຳ​ອິດ​ໄດ້​ຖືກ​ມອບ​ໃຫ້ 50 ຄອບຄົວ​ທີ່​ທຸກ​ຍາກ​ຢູ່​ເມືອງ​ແມ່ວວາກ, ​ແຂວງ​ຮ່າ​ຢາງ.

ຂ່າວ/ບົດ​ອື່ນ