ປະ​ທານ​ປະ​ເທດ​ສະ​ເໜີ​ໃຫ້ Lotte ສືບ​ຕໍ່​ລົງ​ທຶນ​ເຂົ້າຫຼາຍ​ໂຄງ​ການ​ໃຫຍ່​ຢູ່ ຫວຽດ​ນາມ

(VOVWORLD) -ຕອນເຊົ້າວັນທີ 31 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບທ່ານ Shin Dong – bin ປະທານກຸ່ມບໍລິສັດ Lotte ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ປະ​ທານ​ປະ​ເທດ​ສະ​ເໜີ​ໃຫ້ Lotte ສືບ​ຕໍ່​ລົງ​ທຶນ​ເຂົ້າຫຼາຍ​ໂຄງ​ການ​ໃຫຍ່​ຢູ່ ຫວຽດ​ນາມ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ Shin Dong – bin ປະທານກຸ່ມບໍລິສັດ Lotte (ພາບ: TTXVN)

ປະທານປະເທດ ຫງວຽນຊວັນຟຸກ ຕີລາຄາໃນໄລຍະຜ່ານມາວ່າ, ກຸ່ມບໍລິສັດ Lotte ໂດຍແມ່ນກຸ່ມບໍລິສັດທີ່ມີຂອບຂະໜາດໃຫຍ່ທີ 5 ຂອງ ສ.ເກົາຫຼີ ໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ຮ່ວມມືທາງດ້ານເສດຖະກິດ, ການຄ້າສອງປະເທດ ເປັນເສົາຄ້ຳສຳຄັນໃນການພົວພັນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ; ທ່ານປະທານປະເທດ ຫວັງວ່າ Lotte ຈະສືບຕໍ່ປະກອບສ່ວນຊຸກຍູ້ການຮ່ວມມືທາງດ້ານເສດຖະກິດລະຫວ່າງສອງປະເທດ, ສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 100 ຕື້ USD ໂດຍໄວ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະແດງຄວາມຊົມເຊີຍ Lotte ທີ່ໄດ້ລົງທຶນເຂົ້າຫວຽດນາມ ເກືອບ 5 ຕື້ USD ແລະ ຖືນີ້ແມ່ນຕະຫຼາດໃຫຍ່ອັນດັບທີ 3 ຂອງ Lotte ຖັດຈາກ ສ.ເກົາຫຼີ, ຍີ່ປຸ່ນ ແລະ ສະເໜີໃຫ້ Lotte ສືບຕໍ່ລົງທຶນເຂົ້າຫຼາຍໂຄງການຂະໜາດໃຫຍ່ຢູ່ ຫວຽດນາມ, ນຳເອົາຜົນປະໂຫຍດມາໃຫ້ທັງສອງຝ່າຍ.

        ສ່ວນທ່ານ Shin Dong-bin ປະທານກຸ່ມບໍລິສັດ Lotte ໃຫ້ຮູ້ວ່າ, ກຸ່ມບໍລິສັດ ຄາດວ່າຈະລົງທຶນໃສ່ບາງໂຄງການຢູ່ ຮ່າໂນ້ຍ. Lotte ກໍ່ຊຸກຍູ້ການສ້າງລະບົບນິເວດ Startup ໜູນຊ່ວຍຊາວໜຸ່ມເຍົາວະຊົນ ຫວຽດນາມ, ລົງທຶນໃສ່ວິສາຫະກິດ Startup ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ