ປະ​ທານ​ປະ​ເທດ​ຫງວຽນ​ຊວັນ​ຝຸກເຂົ້າຮ່ວມກອງ​ປະ​ຊຸມ​ຜັນ​ຂະ​ຫາຍ​ໜ້າ​ທີ່​ຂະ​ແໜງ​ໄອ​ຍະ​ການ

(VOVWORLD) - ຕອນບ່າຍວັນທີ 31 ທັນວາ, ຢູ່ຮ່າໂນ້ຍ, ສະຖານບັນໄອຍະການສູງສຸດ ໄດ້ຈັດກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2022.
ປະ​ທານ​ປະ​ເທດ​ຫງວຽນ​ຊວັນ​ຝຸກເຂົ້າຮ່ວມກອງ​ປະ​ຊຸມ​ຜັນ​ຂະ​ຫາຍ​ໜ້າ​ທີ່​ຂະ​ແໜງ​ໄອ​ຍະ​ການ - ảnh 1

ປະທານປະເທດຫງວຽນຊວັນຝຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

    ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດຫງວຽນຊວັນຝຸກ ໄດ້ຍ້ອງຍໍຊົມເຊີຍບັນດາໝາກຜົນ, ຜົນງານຊື່ງຂະແໜງໄອຍະການບັນລຸໄດ້ໃນໄລຍະຜ່ານມາ. ທ່ານສະເໜີໃຫ້ ຂະແໜງໄອຍະການ ຄວນສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຜູ້ນຳໃນການຊີ້ນຳນຳພາ ແລະ ປະຕິບັດໜ້າທີ່:

    “ຂ້າພະເຈົ້າຂໍຍົກອອກຄຳສັ່ງສອນຂອງລຸງໂຮ່ ທີ່ວ່າ: ພະນັກງານໄອຍະການຕ້ອງມີຄຸນທາດທ່ຽງທຳ ສ່ອງໃສ, ຈຶ່ງຈະປົກປ້ອງຄວາມຍຸດຕິທຳ, ປົກປ້ອງສິດທະມະນຸດ, ຄວາມເປັນທຳໄດ້; ຕ້ອງພາວະວິໄສ, ລະມັດລະວັງ, ຈຶ່ງບໍ່ລົງໂທດຜິດຄົນ, ບໍ່ໃຫ້ຜູ້ກະທຳຜິດລອດໜີໄປໄດ້ ຕ້ອງສະຫງຽມຈຽມຕົວຈຶ່ງເກ້ຍກ່ອມໄດ້  ແລະ ໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອຈາກທຸກຄົນ ແລະ ປະຊາຊົນ. ຂ້າພະເຈົ້າສະເໜີໃຫ້ຂະແໜງໄອຍະການ ຕ້ອງຖືນີ້ແມ່ນຈັນຍາບັນອາຊີບ, ແມ່ນວິທີເຮັດວຽກຂອງພະນັກງານ, ນັກໄອຍະການແຕ່ລະຄົນ. ຈາກນັ້ນ, ສູ້ຊົນປະຕິບັດວຽກງານກໍ່ສ້າງພັກໃນຂະແໜງໄອຍະການໃຫ້ເປັນຢ່າງດີ, ຕິດພັນການກໍ່ສ້າງພັກໃສ່ກັບການກໍ່ສ້າງຂະແໜງ ແລະ ໄອຍະການທຸກຂັ້ນ”.

ເນື່ອງໃນໂອກາດນີ້, ໂດຍຕາງໜ້າໃຫ້ການນຳພັກ, ລັດ, ປະທານປະເທດ ຫງວຽນຊວັນຟຸກ ໄດ້ມອບຫຼຽນໄຊວິລະກຳ ຊັ້ນ 2 ໃຫ້ອົງການໄອຍະການທະຫານສູນກາງຂອງກະຊວງປ້ອງກັນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ