ປະທານປະເທດຫງວຽນຊວັນຟຸກເຂົ້າຮ່ວມວາລະໄຂກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມີບົດກ່າວປາໄສທີ່ກອງປະຊຸມສຳຄັນນີ້ກ່ຽວກັບຫົວເລື່ອງ “ບັນດາຜົນປະໂຫຍດທາງດ້ານເສດຖະກິດຂອງການກະທຳກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ” ໃນຕອນຄ່ຳວັນທີ 23 ເມສາ.
ປະທານປະເທດຫງວຽນຊວັນຟຸກເຂົ້າຮ່ວມວາລະໄຂກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ - ảnh 1

ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານປະທານາທິບໍດີອາເມລິກາ Joe Biden, ຕອນຄ່ຳວັນທີ 22 ເມສາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມວາລະໄຂກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ. ກອງປະຊຸມໄດ້ຈັດທາງອອນລາຍໃນລະຫວ່າງວັນທີ 22 – 23 ເມສາ, ດ້ວຍຈຸດປະສົງຕົ້ນຕໍແມ່ນຊຸກຍູ້ປະຊາຄົມສາກົນຍົກອອກບັນດາຄຳໝັ້ນສັນຍາທົ່ວໂລກຢ່າງແຮງກວ່າກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອສາມາດບັນລຸໄດ້ເປົ້າໝາຍຮັກສາອຸນຫະພູມຂອງໜ່ວຍໂລກບໍ່ເພີ່ມຂຶ້ນເກີນ 1,5°C ເມື່ອທຽບໃສ່ກ່ອນໄລຍະຫັນເປັນອຸດສາຫະກຳ, ເໝາະສົມກັບຈິດໃຈຂອງຂໍ້ຕົກລົງ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

        ເຂົ້າຮ່ວມວາລະໄຂກອງປະຊຸມ, ມີປະມຸກລັດ, ນາຍົກລັດຖະມົນຕີຂອງ 40 ປະເທດ, ພ້ອມກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ແລະ ການນຳຂອງຫຼາຍອົງການຈັດຕັ້ງສາກົນ ແລະ ພາກພື້ນອື່ນໆ. ໃນຂອບເຂດຂອງກອງປະຊຸມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມີບົດກ່າວປາໄສທີ່ກອງປະຊຸມສຳຄັນນີ້ກ່ຽວກັບຫົວເລື່ອງ “ບັນດາຜົນປະໂຫຍດທາງດ້ານເສດຖະກິດຂອງການກະທຳກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ” ໃນຕອນຄ່ຳວັນທີ 23 ເມສາ.

ຕອບກັບ

ຂ່າວ/ບົດ​ອື່ນ