ປະທານປະເທດຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມ ເວທີປາໄສອາຊີ ປົວອາວ

(VOVWORLD) -ຕອນເຊົ້າວັນທີ 20 ເມສາ, ເວທີປາໄສອາຊີ ປົວອາວ ໄດ້ຖືກໄຂຂຶ້ນຢູ່ນະຄອນປົວອາວ ແຂວງ ໄຮໜາມ ປະເທດຈີນຕາມຮູບການທາງອອນລາຍສົມທົບກັບການຈັດຂຶ້ນຢູ່ຫໍປະຊຸມ. ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີບົດກ່າວປາໄສທາງອອນລາຍໃນພິທີໄຂເວທີປາໄສ
ປະທານປະເທດຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມ ເວທີປາໄສອາຊີ ປົວອາວ - ảnh 1ພິທີໄຂເວທີປາໄສອາຊີ ປົວອາວ

ໃນສານສະບັບນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ ເວທີປາໄສ ສືບຕໍ່ ແມ່ນຊອງທາງແລກປ່ຽນລະຫວ່າງບັນດານັກການເມືອງ, ນັກຮຽນຮູ້, ວິສາຫະກິດຂອງບັນດາປະເທດກ່ຽວກັບບັນດາບັນຫາທີ່ສຳຄັນຂອງພາກພື້ນ.  ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ :

    “ທີ 1 ແມ່ນຍູ້ແຮງການຮ່ວມມືໃນການຄວບຄຸມ ແລະ ສະກັດກັ້ນໂລກລະບາດ, ຍົກສູງຄວາມສາມາດທາງດ້ານສາທາລະນະສຸກ ແລະ ຮັບປະກັນໃຫ້ບັນດາປະເທດ ລ້ວນແຕ່ມີໂອກາດໄດ້ນຳໃຊ້ ວັກຊິນ ດ້ວຍຄ່າໃຊ້ຈ່າຍທີ່ເໝາະສົມ. ທີ 2 ແມ່ນຮັກສາເສດຖະກິດມະຫາພາກເປັນປົກກະຕິ, ສ້າງເງື່ອນໄຂສະດວກແກ່ການຄ້າ, ການລົງທຶນ, ແກ້ໄຂ ບັນດາສິ່ງກິດຂວາງ ໃນການຄ້າສາກົນ, ຮັບປະກັນການເຄື່ອນໄຫວຂອງບັນດາລະບົບການສະໜອງ, ຊຸກຍູ້ການຜະລິດ, ສ້າງວຽກເຮັດງານທຳ, ເພີ່ມທະວີຄວາມຕ້ານທານຂອງພື້ນຖານເສດຖະກິດ ຕໍ່ໜ້າສະພາບການສັບສົນທີ່ອາດຈະເກີດຂຶ້ນໃນອະນາຄົດ. ທີ 3 ແມ່ນປຸກລະດົມແຫຼ່ງກຳລັງ ທີ່ຈຳເປັນເພື່ອພັດທະນາເສດຖະກິດແບບຍືນຍົງ ແລະ ກວມລວມ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ປີ 2030 ຂອງ ສ.ປ.ຊ , ພິເສດ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານສະອາດ, ຄຸ້ມຄອງ ຊັບພະຍາກອນທຳມະຊາດ, ການສຶກສາແບບຍືນຍົງ. ທີ 4 ແມ່ນກໍ່ສ້າງພື້ນຖານໂຄງລ່າງໃຫ້ຄົບຊຸດ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດຮັບໃຊ້ການຫັນປ່ຽນສູ່ດີຈີຕອນໃນທ່າອຽງ ພັດທະນາໃໝ່, ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເບື້ອງຫຼັງ”.

     ກ່ຽວກັບການຮ່ວມມື ຫວຽດນາມ-ຈີນ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດນາມຫວັງຢາກເພີ່ມທະວີການຮ່ວມມືຮອບດ້ານ, ມີປະສິດທິຜົນ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດກັບຈີນ, ພ້ອມກັນຜ່ານຜ່າໂລກລະບາດ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ