ປະທານປະເທດຫວຽດນາມ ຫງວຽນຊວນຟຸກ ເຈລະຈາກັບນາຍົກລັດຖະມົນຕີຍີປຸ່ນ Suga Yoshihide

(VOVWORLD) -ຕອນບ່າຍວັນທີ 15 ກັນຍາ, ຈາກຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກໄດ້ມີການ ເຈລະຈາທາງໂທລະສັບກັບນາຍົກລັດຖະມົນຕີຍີປຸ່ນ Suga Yoshihide
    ປະທານປະເທດຫວຽດນາມ ຫງວຽນຊວນຟຸກ ເຈລະຈາກັບນາຍົກລັດຖະມົນຕີຍີປຸ່ນ Suga Yoshihide - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກໄດ້ມີການ ເຈລະຈາທາງໂທລະສັບກັບນາຍົກລັດຖະມົນຕີຍີປຸ່ນ Suga Yoshihide

     ທີ່ການເຈລະຈາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຍີປຸ່ນທີ່ໄດ້ຊ່ວຍເຫຼືອຫວຽດນາມໃນການຕ້ານໂຄວິດ-19. ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດນາມຈະສືບຕໍ່ຮ່ວມກັບວິສາຫະກິດຍີປຸ່ນແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ຮັກສາລະບົບການສະໜອງ. ທ່ານຫວັງເພີ່ມທະວີການເຊື່ອມຕໍ່ລະຫວ່າງ 2 ພື້ນຖານເສດຖະກິດຢ່າງມີຄຸນນະພາບ ແລະ ມີປະສິດທິຜົນ ຕິດພັນກັບການຫັນໄປສູ່ເສດຖະກິດຂຽວ, ຫັນໄປສູ່ດີຈິຕອນ.

     ສ່ວນທ່ານນາຍົກລັດຖະມົນຕີຍີປຸ່ນ Suga Yoshihide  ຈະສືບຕໍ່ຊ່ວຍໜູນຫວຽດນາມໃນການປ້ອງກັນ ແລະ ຕ້ານໂຄວິດ-19 ພ້ອມທັງແຈ້ງໃຫ້ຊາບວ່າ ຍີປຸ່ນຈະຊ່ວຍເຫຼືອວັກຊິນກັນ ໂຄວິດ-19 ຕື່ມອີກ 4 ແສນໂດສ ໃຫ້ແກ່ຫວຽດນາມໃນເດືອນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ