ປະທານປະເທດຫວຽດນາມ ເຂົ້າຮ່ວມພິທີປະກາດຜະລິດຕະພັນປະຫວັດສາດຫວຽດ-ລາວ

ປະທານປະເທດຫວຽດນາມ ເຂົ້າຮ່ວມພິທີປະກາດຜະລິດຕະພັນປະຫວັດສາດຫວຽດ-ລາວ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ກ່າວ​ຄຳ​ເຫັນທີ່ພິທີ


Vovworld- ຕອນ​ເຊົ້າ​ວັນ​ທີ 19/10, ຢູ່​ຮ່າ​ໂນ້ຍ, ຄະນະໂຄສະນາສຶກສາສູນກາງ ພັກ​ໄດ້​ສົມທົບ​ກັບ​ສຳນັກ​ພິມ​ການ​ເມືອງ​ແຫ່ງ​ຊາດ - ຄວາມ​ຈິງ ຈັດ​ຕັ້ງ​ພິທີສະຫຼຸບວຽກງານບັນນາທິການ, ພິມຈຳໜ່າຍ ແລະ ປະກາດບັນດາຜະລິດ ຕະພັນ​ໂຄງ​ການ​ຮຽບຮຽງ​ປະຫວັດສາດ​ແຫ່ງ​ການ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ-ລາວ; ລາວ-ຫວຽດນາມ ​ໄລຍະ 1930-2007. ກ່າວ​ຄຳ​ເຫັນ​ທີ່​ພິທີສະຫຼຸບ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ເນັ້ນໜັກວ່າ ໃນບັນຍາກາດທີ່ທົ່ວພັກ ແລະ ທົ່ວປວງຊົນ 2 ປະເທດຫວຽນາມ ແລະ ລາວພວມຟົດຟື້ນມ່ວນຊື່ນຈັດຕັ້ງບັນດາເຫດການສຳຄັນຍິ່ງຂອງ 2 ປະເທດ ນັ້ນ, ເລື່ອງປະກາດບັນດາຜະລິດຕະພັນ​ໂຄງ​ການ​ຮຽບຮຽງ​ປະຫວັດສາດ​ແຫ່ງ​ການ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ-ລາວ; ລາວ-ຫວຽດນາມ ​ໄລຍະ 1930-2007 ໄປສູ່ບັນດາສຳນັກງານສຳເນົາເອກະສານ, ຫໍສະໝຸດ, ໂຮງຮຽນ ແລະ ຜູ້ອ່ານຊາວຫວຽດນາມ ​ແລະ ຊາວ​ລາວ​ແມ່ນ​ຍິ່ງ​ມີ​ຄວາມ​ໝາຍ​ຢ່າງ​ເລິກ​ເຊິ່ງ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ກ່າວ​ວ່າ : 

   “  ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ເພື່ອ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ 2 ຊາດ​ຫວຽດນາມ ​ແລະ ລາວ ​ແມ່ນ​ສະຫງ່າ​ລາສີ​ທີ່​ສຸດ. ​ໃນ​ຕະຫຼອດ​ໄລຍະ​ປະຫວັດສາດ​ດັ່ງກ່າ​ວ, 2 ຊາດ​ຫວຽດນາມ-ລາວ​ໄດ້​ເພີ່​ມພູນ​ຄຸນ​ສ້າງສາ​ຍພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ ​ແລະ ພິ​ເສດ ນັບ​ແຕ່​ເວລາ​ພັກ​ກອມ​ມູນິດ​ອີນ​ດູ​ຈິນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ຫວຽ​ດນາມ-ລາວ ​ແມ່ນ​ສາຍ​ພົວພັນ​ທີ່​ສັດ​ຊື່ບໍລິສຸດ, ​ໂປ່​ງ​​ໃສ, ​ເປັນ​ແບບຢ່າງ ​ແລະ ຫາ​ຍາກ​ໃນ​ໂລກ​ນີ້. ກ່ວາ 80 ປີ​ທີ່​ຜ່ານ​ມາ, ສາຍ​ພົ​ວພັນ​ແບບ​ພິ​ເສດ​ນີ້​ແມ່ນ​ແຫຼ່ງກຳລັງ​ແຮງ​ມະຫາສານ ອັນ​ໄດ້​ນຳ​ການ​ປະຕິວັດ​ຫວຽດນາມ, ການ​ປະຕິວັດ​ລາວ​ຍາດ​ໄດ້​ບັນດາ​ວິລະ​ກຳ​ມະຫັດສະຈັນ​ໃນ​ປະຫວັດສາດ. ນີ້​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ 2 ຊາດ, ຕ້ອງ​ໄດ້​ຮັບ​ການ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ໃນ​ເງື່ອນ​ໄຂ​ໃໝ່ ”

    ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ສະ​ເໜີບັນດາ​ອົງການ​ທີ່​ມີໜ້າ​ທີ່​ຮັບຜິດຊອບ​ຈົ່ງ​ເຮັດ​ສຳ​ເລັດ​ວຽກ​ງານ​ໂຄສະນາ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາ​ງ, ນຳ​ເນື້ອ​ໃນ​ຂອງ​ໂຄງການ​ເຂົ້າ​ໃນ​ໂຮງຮຽນ​ຂອງ 2 ປະ​ເທດ, ພ້ອມ​ທັງ​​ແນະນຳ​ໃຫ້​ເພື່ອນ​ມິດສາ​ກົນ​ຮັບ​ຊາບ​ກ່ຽວ​ກັບ​ປະຫວັດສາດ​ແຫ່ງ​ການ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ-ລາວອີກ​ດ້ວຍ.

ປະທານປະເທດຫວຽດນາມ ເຂົ້າຮ່ວມພິທີປະກາດຜະລິດຕະພັນປະຫວັດສາດຫວຽດ-ລາວ - ảnh 2
ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang​ ຕ້ອນຮັບ ທ່ານປະທານສູນ​ກາງ​ແນວ​ລາວ​ສ້າງ​ຊາດ ພັນ​ດວງ​ຈິດ​ວົງສາ

   ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ໂດຍ​ທ່ານປະທານສູນ​ກາງ​ແນວ​ລາວ​ສ້າງ​ຊາດ ພັນ​ດວງ​ຈິດ​ວົງສານຳ​ໜ້າ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ຕີ​ລາຄາ​ສູງ​ເລື່ອງ 2 ຝ່າຍ​ໄດ້​ຈັດ​ຕັ້ງບັນດາ​ການ​ເຄື່ອນ​ໄຫວ, ດຳ​ເນີນ​ຊີວິດ​ການ​ເມືອງ-​ເສດຖະກິດ - ວັດທະນະທຳ​ທີ່​ມີ​ຄວາມ​ໝາຍ​ແນ​ໃສ່​ສະ​ເຫຼີ​ມສະ​ຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 35 ປີແຫ່ງວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ຮ່ວມ​ມື​ຮອບດ້ານ ​ແລະ ອື່ນໆ. ສ່ວນ​ທ່ານພັນ​ດວງ​ຈິດ​ວົງສາ​ໄດ້​ຢືນຢັນ​ວ່າ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຈະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ເພີ່ມ​ພູນ​ຄຸນ​ສ້າງ​ນ້ຳ​ໃຈ​ສາມັກຄີ, ​ໄມ​ຕີ​ຈິດ​ມິດຕະພາບ​ພິ​ເສດ ​ແລະ​ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ