ປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ເຂົ້າຮ່ວມພິທີໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ

ປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ເຂົ້າຮ່ວມພິທີໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ - ảnh 1

ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ເຂົ້າ​ຮ່ວມ​​ພິ​ທີ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ


(vovworld)-    ຕອນ​ເຊົ້າ​ວັ​ນ​ທີ 28/4 ກົງ​ກັບ​ວັນ​ທີ 10/3 ໄລ​ຕາມ​ຈັນ​ທະ​ປະ​ຕິ​ທິນ ຢູ່​ວິ​ຫານ​ຮຸ່ງ ໃນ​ແຂວງ ຟູ້​ເຖາະ, ໄດ້​ຈັດ​ພິ​ທີ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ​ຢ່າງ​ສົມ​ກຽດ ແນ​ໃສ່​ອາ​ໄລ​ຫາ, ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ພະ​ບຸ​ລຸດ ຊຶ່ງໄ​ດ້​ມີ​ຄຸນ​ງາມ​ຄວາມ​ດີໃນ​ການກໍ່​ຕັ້ງລັດ ວັນ​ລາງ ຊຶ່ງ​ແມ່ນ​ລັດ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ຂອງ​ຊາດ​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ, ບັນ​ດາ​ການ​ນຳ​ພັກ, ລັດ, ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ, ຂະ​ແໜງການ​ຂັ້ນ​ສູນ​ກາງ ແລະ ບ​ັນ​ດາ​ແຂວງ, ນະ​ຄອນ ພ້ອມ​ກັບ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ​່າງ​ປະ​ເທດ, ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ທຸກ​ແຖບ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ. ແບ່ງ​ປັນ​ກ່ຽວ​ກັບ​ຄວາມ​ໃນ​ໃຈ​ຂອງ​ຕົນ​ກ່ຽວ​ກັບ​ພິ​ທີ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ, ປ້າ​ຫງວຽນ​ທິ​ລ​ວານ ຢູ່​ແຂວງ ຮ່ວ​າບິງ ໃຫ້​ຮູ້​ວ່າ :     

“ ປີ​ໃດ​ກໍ​ເຊັ່ນ​ດຽວ​ກັນ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ໄປ​ວິ​ຫານ​ຮຸ່ງ-ດິນ​ແດນ​ແຫ່ງ​ບັນ​ພະ​ບຸ​ລຸດ. ບໍ່​ສະ​ເພາະ​ແຕ່​ຊາວ​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຊາວ​ຕ່າງ​ປະ​ເທດ​ກໍ​ຢາກ​ໄປ​ວິ​ຫານ​ຮຸ່ງ​ອີກ​ດ້ວຍ. ເມື່ອ​ມາ​ຮອດ ດິນ​ແດນ​ແຫ່ງ​ບັນ​ພະ​ບຸ​ລຸດ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ເພາະ​ແມ່ນ​ຊາວ​ຫວຽດ​ນາມ​ທີ່​ມີ​ມູນ​ເຊື້ອ​ປະ​ຫວັດ​ສາດ​ 4 ພັນ​ປີ. ເມື່ອ​ມາ​ຮອດ​ແຫ່ງນີ້, ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ, ຂ້າ​ພະ​ເຈົ້າ​ຕຶ້ນ​ຕັນ​ໃຈຫຼາຍ ແລະ ​ພາ​ວະ​ນາໃຫ້ປະ​ເທດຊາດ​ມີ​ຄວາມ​ສະ​ຫງົບ​ສຸກ ”

ຂ່າວ/ບົດ​ອື່ນ