ປະທານປະເທດຫວຽດນາມຕ້ອນຮັບນາຍົກລັດຖະມົນຕີກຳປູເຈຍ


ປະທານປະເທດຫວຽດນາມຕ້ອນຮັບນາຍົກລັດຖະມົນຕີກຳປູເຈຍ - ảnh 1
(ທ່ານປະທານ​ປະ​ເທດ​ ຫວຽດນາມ ​ເຈິ່ນດ້າຍ​ກວາງ
​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ ກຳປູ​ເຈຍ Samdech Techo Hun Sen)

(vovworld) - ຕອນ​ບ່າຍ​ວັນ​ທີ 20/12, ທີ່​ການ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ ກຳປູ​ເຈຍ Samdech Techo Hun Sen ​ພວມ​ຢ້ຽມຢາມ ຫວຽດນາມ​ ຢ່າງ​ເປັນ​ທາງ​ການ, ທ່ານປະທານ​ປະ​ເທດ​ ຫວຽດນາມ ​ເຈິ່ນດ້າຍ​ກວາງ ​ໄດ້ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ຍາມ​ໃດ​ກໍ່​ສະໜັບສະໜູນ​ພັກ​ປະຊາຊົນ ກຳປູ​ເຈຍ (CPP) ​ແລະ ທ່ານ​ນາຍົກລັດຖະມົນຕີ Samdech Techo Hun Sen. ທ່ານ​ປະທານ​ປະ​ເທດ​ອວຍພອນ​ພັກ ປະຊາຊົນ ກຳປູ​ເຈຍ ​ແລະ ທ່ານ​ນາຍົກລັດຖະມົນຕີ Hun Sen ຈະ​ຍາດ​ໄດ້​ໄຊຊະນະ​ອັນ​ໃຫຍ່​ຫຼວງ​ໃນ​ການ​ເລືອກ​ຕັ້ງ​ສະພາ​ປະຊາຊົນ​ຂັ້ນຕາ​ແສງ​ປີ 2017 ​ແລະ ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ປີ 2018. ຜ່ານ​ນັ້ນ​ສືບ​ຕໍ່​ຊີ້​ນຳ​ນຳພາ​ປະ​ເທດ​ ກຳປູ​ເຈຍ ​ໃຫ້​ມີ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ​ຈະ​ເລີ​ນຮຸ່ງ​ເຮືອງ. ທ່ານ​ປະທານ​ປະ​ເທດ ຫວຽດນາມ​ຕີ​ລາຄາ​ສູງ​ເລື່ອງ​ສອງ​ປະ​ເທດ​​ເດັດ​ດ່ຽວ​ປະຕິບັດ​ຫຼັກການ​ບໍ່​ອະນຸຍາດ​ໃຫ້​ບໍ່​ວ່າ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ໃດ​ນຳ​ໃຊ້​ຜືນ​ແຜ່ນດິນ​ຂອງ​ປະ​ເທດ​ຕົນ​ເພື່ອ​ທຳລາຍ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ສະຖຽນ​ລະ​ພາບ​ຂອງ​ປະ​ເທດ​ອື່ນ. ທ່ານ​ປະທານ​ປະ​ເທດ ຫວັງ​ວ່າ, ທ່ານ​ນາຍົກລັດຖະມົນຕີ Hun Sen  ​ແລະ ລັດຖະບານ​ລາຊະ​ອານາຈັກ ກຳປູ​ເຈຍ ຈະສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ສະກັດ​ກັ້ນ, ບໍ່​ໃຫ້​ບັນດາ​ກຳລັງ​ຫົວ​ຮຸນ​ແຮງ​ປຸກ​ປັ່ນ, ​ແບ​່ງ​ແຍກ, ທຳລາຍ​ສາຍ​ພົວພັນ​ຮ່ວມ​ມື​, ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ