ປະທານປະເທດຫວຽດນາມສິ້ນສຸດການຢ້ຽມຢາມເບລາຣຸດແລະ ສະຫະພັນລັດເຊຍ

(VOVWORLD) - ຕອນເຊົ້າວັນທີ 2/7, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບເມືອຮອດນະຄອນຫຼວງ ຮ່າໂນ້ຍ,

ປະທານປະເທດຫວຽດນາມສິ້ນສຸດການຢ້ຽມຢາມເບລາຣຸດແລະ ສະຫະພັນລັດເຊຍ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ປະທານາທິບໍດີ ສ ເບລາຣຸດ  Alexander Lukashenko

 (ພາບ: ສຳນັກຂ່າວສານ ຫວຽດນາມ)

ສິ້ນສຸດການຢ້ຽມຢາມ ສ ເບລາຣຸດ ແລະ ສະຫະພັນ ລັດເຊຍ ເປັນທາງການຢ່າງຈົບງາມ ແຕ່ວັນທີ 26/6-1/7 ຕາມຄຳເຊີນຂອງ ປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ແລະ ປະທານາທິບໍດີ ສ ເບລາຣຸດ  Alexander Lukashenko.

        ທີ່ການພົບປະຕ່າງໆບັນດາການນຳ ລັດເຊຍ ລ້ວນແຕ່ຢືນຢັນວ່າ, ຍາມໃດ ລັດເຊຍ ກໍ່ຖື ຫວຽດນາມ ແມ່ນໜຶ່ງໃນບັນດາບຸລິມະສິດດ້ານການຕ່າງປະເທດຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ເອົາໃຈໃສ່ທີ່ສຸດເຖິງການຊຸກຍູ້ການພົວພັນກັບ ຫວຽດນາມ ໃນທຸກຂົງເຂດ. ສຳລັບ ເບລາຣຸດ, ການນຳ ເບລາຣຸດ ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ຫວຽດນາມ, ຢືນຢັນຖື ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈພີເສດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທີ່ການເຈລະຈາ ແລະ ການພົບປະຕ່າງໆ, ສອງຝ່າຍຢືນຢັນເຖິງຄວາມປາຖະໜາ ແລະ ຄວາມຕັດສິນໃຈ, ບົນພື້ນຖານບັນດາດາໝາກຜົນແຫ່ງການຮ່ວມມືທີ່ບັນລຸໄດ້, ເຮັດໃຫ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ - ເບລາຣຸດ ເລິກເຊິ່ງກວ່າອີກ, ແລະ ຍົກສູງການພົວພັນໃຫ້ຂຶ້ນສູ່ລະດັບສູງໃໝ່. ໃນການຢ້ຽມຢາມ, ມີເອກະສານຮ່ວມມືທີ່ສຳຄັນຫຼາຍສະບັບໄດ້ຮັບການລົງນາມ. ຫວຽດນາມ - ລັດເຊຍ ລົງນາມໃນເອກະສານ 14 ສະບັບ, ຫວຽດນາມ - ເບລາຣຸດ ລົງນາມໃນເອກະສານ 9 ສະບັບ ໃນບັນດາຂົງເຂດ: ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກິລາກາຍະກຳ ແລະ ການທ່ອງທ່ຽວ, ຊັບພະຍາກອນ - ສິ່ງແວດລ້ອມ, ວິທະຍາສາດ - ເຕັກໂນໂລຢີ, ການຮ່ວມມືລະຫວ່າງທ້ອງຖີ່ນ… ພາຍຫຼັງການຢ້ຽມຢາມ, ຫວຽດນາມ ແລະ ສະຫະພັນ ລັດເຊຍ ໄດ້ອອກຖະແຫຼງການຮ່ວມ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ປະທານາທິບໍດີ ສ ເບລາຣຸດ.  Alexander Lukashenko ກໍ່ໄດ້ລົງນາມໃນຖະແຫຼງການຮ່ວມ ກ່ຽວກັບການພັດທະນາການພົວພັນຄູ່ຮ່ວມມືລະຫວ່າງ ຫວຽດນາມ - ເບລາຣຸດ ຢ່າງຮອບດ້ານ ແລະ ເລິກເຊິ່ງ, ກວ້າງຂວາງ.

        ບັນດາຜູ້ນຳໄດ້ເຫັນດີເປັນເອກະສັນສູງ ຄວນສະແຫວງຫາບັນດາທ່າໄດ້ປຽບ ເຊິ່ງສັນຍາການຄ້າເສລີ ຫວຽດນາມ - ພັນທະມິດ ເສດຖະກິດ ອາຊີ - ເອີລົບ ນຳມາໃຫ້, ເພື່ອແນໃສ່ສ້າງບາດກ້າວຫັນປ່ຽນຢ່າງແຮງໃນການຮ່ວມມືດ້ານເສດຖະກິດ - ການຄ້າ, ຍົກສູງວົງເງິນການຄ້າ ແລະ ສູ້ຊົນບັນລຸວົງເງິນການຄ້າກັບ ລັດເຊຍ ໃຫ້ໄດ້ 10 ຕື້ USD ໃນປີ 2020 ແລະ ກັບ ເບລາຣຸດ ໃຫ້ໄດ້ 500 ລ້ານ USD ໃນອະນາຄົດໃກ້ໆນີ້.

        ໃນການພົບປະ ແລະ ເຮັດວຽກກັບການນຳ ເບລາຣຸດ ແລະ ສະຫະພັນ ລັດເຊຍ ຄັ້ງນີ້, ທ່ານປະທານປະເທດໄດ້ສະແດງຄວາມຂອບອົກຂອບໃຈການນຳ ແລະ ບັນດາອົງການກ່ຽວຂ້ອງຂອງ ລັດເຊຍ ແລະ ເບລາຣຸດ ທີ່ໄດ້ໃຫ້ການໜູນຊ່ວຍ, ຊ່ວຍເຫຼືອປະຊາຄົມຊາວ ຫວຽດນາມ ຢູ່ ລັດເຊຍ ແລະ ເບລາຣຸດ ໃນໄລຍະຜ່ານມາ ແລະ ຫວັງວ່າ, ສອງປະເທດນີ້ຈະສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ໄດ້ດຳລົງຊີວິດ ແລະ ທຳມາຫາກິນເປັນປົກກະຕິ, ຖືກຕ້ອງຕາມກົດໝາຍຂອງປະເທດປະຈຳຖີ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ