ປະທານປະເທດຫວຽດນາມເຂົ້າຮ່ວມພິທີປຸກລະດົມຂະບວນການຮັກສາອະນາໄມຮັກຊາດ

ປະທານປະເທດຫວຽດນາມເຂົ້າຮ່ວມພິທີປຸກລະດົມຂະບວນການຮັກສາອະນາໄມຮັກຊາດ - ảnh 1
ພິທີ​ປຸກ​ລະດົມຂະ​ບວນການ​ຮັກສາ​ອະນາ​ໄມ​​ຮັກ​ຊາດ
( ພາບ: .moh.gov.vn )


( vovworld ) -   ຕອນ​ເຊົ້າ​ວັນ​ທີ 1/7, ຢູ່​ເມືອງ ນາມ​ແຊກ, ​ແຂວງ​ຫາ​ຍ​ເຢືອງ, ກະຊວງ​ສາທາລະນະ​ສຸກ​ຫວຽ​ດນາມໄດ້​ຈັດ​ຕັ້ງ​ພິທີ​ປຸກລະດົມ​ຂະ​ບວນການ​ຮັກສາ​ອະນາ​ໄມ​​ຮັກ​ຊາດ ຍົກ​ສູງ​ສຸຂະພາບ​ຂອງ​ປະຊາຊົນ. ກ່າວ​ຄຳ​ເຫັນພິທີ​ປຸກ​ລະດົມ​ຂະ​ບວນການ “ ຮັກສາ​ອະນາ​ໄມຮັກ​ຊາດຍົກ​ສູງ​ສຸຂະພາບ​ປະຊາຊົນ ”, ທ່ານ​ປະທານ​ປະ​ເທດຫວຽດນາມ Truong Tan Sang ​ໄດ້​ເນັ້ນ​ໜັກ​ວ່າ, ພິທີ​ປຸກລະດົມ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ ​ເພື່ອ​ແນ​ໃສ່​ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂ​ອງລຸ​ງ​ໂຮ່ ກ່ຽວ​ກັບ​ຂະ​ບວນການການ​ຮັກສາ​ອະນາ​ໄມ​​ຮັກ​ຊາດ, ພ້ອມ​ກັນ​ນັ້ນກໍ່​ຕິດ​ພັນ​ກັບ​ບັ້ນຣໍາຮຽນ ​ແລະ ​ເຮັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມິນ. ທ່ານ​ປະທານ​ປະ​ເທດ Truong Tan Sang ເນັ້ນ​ໜັກ​ວ່າ.

  “ ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ​, ​ແນວ​ໂຮມ​ປະ​ເທດ​ຊາດທຸກ​ຂັ້ນ, ບັນດາ​ອົງການ​ການ​ເມືອງ​ສັງຄົມ… ​ແຕ່​ລະ​ວົງ​ຄະນະ​ຍາດ, ປະຊາຊົນ, ດ້ວຍ​ບັນດາ​ວຽກ​ງານ​ແທດຈິງ, ປ່ຽນ​ໃໝ່​ຄວາມ​ຮັບຮູ້, ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຂົ້າ​ຮ່ວມ​ຂະ​ບວນການ, ນຳ​ວຽກ​ງານຮັກສາ​ອະນາ​ໄມ​ກາຍເປັນ​ວຽກ​ງານ​ປະຈຳ​​ໃນ​ທຸກ​ເວລາ ​ແລະ ຢູ່​ທຸກ​ແຫ່ງ, ​ຮັບປະກັນສິ່ງ​ແວດ​ລ້ອມ​ມີ​ຄວາມສະອາດ​ເພື່ອສຸຂະພາບຂອງ​ຊາດ​ຫວຽດນາມ ”.

   ກ່າວ​ສຸນທອນພົດທີ່​ພິທີ, ທ່ານ​ນາງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກຫວຽດນາມ Nguyen Thi Kim Tien ​ໄດ້​ເນັ້ນ​ໜັກ​ວ່າ. ພິທີ​ປຸກລະດົມ​ຂະ​ບວນການຮັກສາ​ອະນາ​ໄມ​​ຮັກ​ຊາດ ຍົກ​ສູງ​ສຸຂະພາບ​ຂອງ​ປະຊາຊົນ ​ເພື່ອ​ແນ​ໃສ່​ປຸກລະດົມ​ປະຊາຊົນ​ທົ່ວ​ປະ​ເທດ​ຕອບ​ສະ​ໜອງ​ຄຳຮຽກຮ້ອງ​ກ່ຽວ​ກັບການຮັກສາ​ອະນາ​ໄມ​​ຮັກ​ຊາດ ​ຂອງປະທານ​ໂຮ່ຈິ​ມິນ ​ຊຶ່ງ​ໄດ້​ລົງ​ພິມ​ໃນ​ໜັງ​ສື່​ພິມ Nhan Dan ( ​ແປ່​ວ່າ ປະຊາຊົນ ) ​​ເມື່ອ​ວັນ​ທີ 2/7/1958, ຮຽກຮ້ອງ​ໃຫ້​ທົ່ວ​ປວງ​ຊົນຈົ່ງເຂົ້າ​ຮວ່ມບັນດາ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ຮັກສາ​ອະນາ​ໄມ​ປ້ອງ​ກັນ​ພະຍາດຢ່າງ​ຕັ້ງໜ້າ. ​ໂດຍ​ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂອງ​ປະທານ​ໂຮ່ຈິ​ມິນ, ກະຊວງ​ສາທາລະນະ​ສຸກໄດ້​​ຊີ້​ນຳ, ນຳພາຜັນ​ຂະຫຍາຍ​ການ​ປະຕິບັດ ​ແລະ ​ໄດ້​ຫັນ​ບັນດາ​ການ​ກະທຳເປັນລະອຽດ​, ແທດ​ຈິງ,​ ​ແລະ ​ແທດເໝາະ​​ກັບ​ແຕ່ລະ​ໄລຍະ.

ຂ່າວ/ບົດ​ອື່ນ