ປະທານປະເທດຫວຽດນາມໄປໄວ້ອາໄລ ພະບາດສົມເດັດ ພະເຈົ້າມະຫາຊີວິດໄທ

ປະທານປະເທດຫວຽດນາມໄປໄວ້ອາໄລ ພະບາດສົມເດັດ ພະເຈົ້າມະຫາຊີວິດໄທ  - ảnh 1
ທ່ານ​ ​ເຈິ່ນດ້າຍ​ກວາງ​ ໄດ້​ໄປ​ວາງ​ດວງ​ມາລາ​ ໄວ້ອາ​ໄລ
ພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ ​ໄທ  ຢູ່​ສະຖານທູດ ລາຊະ​ອານາຈັກ​ໄທ

(vovworld) - ຕອນ​ເຊົ້າ​ວັນ​ທີ 17/10, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈິ່ນດ້າຍ​ກວາງ​ ໄດ້​ໄປ​ວາງ​ດວງ​ມາລາ​ ໄວ້ອາ​ໄລ ພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ ​ໄທ ພູມີ​ພົນ ອະ​ດູ​ນຢາ​ເດດ ຢູ່​ສະຖານທູດ ລາຊະ​ອານາຈັກ​ໄທ, ທີ່ ຮ່າ​ໂນ້ຍ. ​ແບ່ງ​ເບົາ​ຄວາມ​ທຸກ​ເສົ້າ ​ແລະ ສະ​ແດງ​ຄວາມເສົ້າ​ສະຫຼົດ​ໃຈຕໍ່​ພະ​ລາ​ຊີ​ນີ, ລາຊະ​ອານາຈັກ, ລັດຖະບານ, ສະພາ​ນິຕິບັນຍັດ ​ແລະ ປະຊາຊົນ ​ໄທ​ ທຸກ​ຖ້ວນ​ໜ້າ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ຂຽນ​ໃສ່​ປຶ້ມ​ໄວ້ອາ​ໄລ, ສະ​ແດງ “ຄວາມ​​ເສົ້າ​ສະຫຼົດ​ໃຈ​ອັນ​ໃຫຍ່​ຫຼວງ​ຕໍ່​ການ​ສະຫວັນ​ນະ​ຄົດ​ຂອງ ພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ ພູມີ​ພົນ ອະ​ດູ​ນຢາ​ເດດ, ​ເຊິ່ງ​ແມ່ນ ພະ​ເຈົ້າ​ມະຫາ​ຊີວິດ ຜູ້​ປີ​ຊາ​ສາມາດ ​ແລະ ​ແສນ​ເຄົາລົບ​ຮັກ​ຂອງ​ປະຊາຊົນ ​ໄທ. ການ​ນຳ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ນັບຖື​ບັນດາ​ອາລົມ​ຈິດ​ອັນ​ດີງາມ ​ເຊິ່ງ ພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ ພູມີ​ພົນ ອະ​ດູ​ນຢາ​ເດດ ​ໄດ້​ສະຫງວນ​ໃຫ້​ແກ່ປະຊາຊົນ ຫວຽດນາມ, ກໍ່​ຄື​ການ​ປະກອບສ່ວນ​ອັນ​ລ້ຳ​ຄ່າ​ຕ່າງໆ​ຂອງ​ພະ​ອົງ​ໃຫ້​ແກ່​ສາຍ​ພົວພັນ​ມິດຕະພາບ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ​ໄທ. ​ໃນ​ນາມ​ລັດ ​ແລະ ປະຊາຊົນ ຫວຽດນາມ, ພວກ​ຂ້າພະ​ເຈົ້າ​ຂໍ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົບ​ໃຈ​ຕໍ່​ການ​ສູນ​ເສຍ​ອັນ​ໃຫຍ່​ຫຼວງ​ນີ້ເຖິງ​ພະ​ລາ​ຊີ​ນີ, ລາຊະ​ອານາຈັກ, ລັດຖະບານ, ສະພາ​ນິຕິບັນຍັດ ​ແລະ ປະຊາຊົນ ​ໄທ​ ທຸກ​ຖ້ວນ​ໜ້າ “.

        ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ, ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ພ້ອມ​ກັບ​ຄະນະ​ຜູ້​ແທນ​ບາງ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ກໍ່​ໄດ້​ໄປ​ໄວ້ອາ​ໄລ ​ແລະ ຂຽນ​ໃສ່​ປື້​ມ​ໄວ້ອາ​ໄລ ພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ ພູມີ​ພົນ ອະ​ດູ​ນຢາ​ເດດ ຢູ່​ສະຖາ​ນທູດ​ ໄທ ​ປະຈຳ​ຫວຽດນາມ.

ຂ່າວ/ບົດ​ອື່ນ