ປະ​ທານ​ປະ​ເທດ​ອວຍ​ພອນ 60 ປີ​ແຫ່ງວັນ​ມູນ​ເຊື້ອ​ໂຮງ​ຮຽນ​ນາຍ​ທະ​ຫານ​ທະ​ຫານ​ບົກ 2-ມະ​ຫາ​ວິ​ທະ​ຍາ​ໄລ ຫງວຽນ​ເຮ້ວ

(VOVWORLD) -ທ່ານ ປະທານປະເທດ ຫງວຽນຊັນຝຸກ ໄດ້ຢືນຢັນວ່າ, ພະນັກງານ, ນາຍທະຫານລຸ້ນຕ່າງໆ ຮຽນຈົບຈາກໂຮງຮຽນແຫ່ງນີ້ ໄດ້ເຂົ້າຮ່ວມການຕໍ່ສູ້ໃນສະໜາມຮົບທຸກແຫ່ງ, ໄປປະຕິບັດງານໃນທຸກເຂດພາກຂອງປະເທດຊາດ...
ປະ​ທານ​ປະ​ເທດ​ອວຍ​ພອນ 60 ປີ​ແຫ່ງວັນ​ມູນ​ເຊື້ອ​ໂຮງ​ຮຽນ​ນາຍ​ທະ​ຫານ​ທະ​ຫານ​ບົກ 2-ມະ​ຫາ​ວິ​ທະ​ຍາ​ໄລ ຫງວຽນ​ເຮ້ວ - ảnh 1

 ໂຮງຮຽນ ນາຍທະຫານທະຫານບົກ 2-ມະຫາວິທະຍາໄລ ຫງວຽນເຮ້ວ (ພາບ: qdnd.vn)

  ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນ ມູນເຊື້ອໂຮງຮຽນນາຍທະຫານທະຫານບົກ 2-ມະຫາວິທະຍາໄລ ຫງວຽນເຮ້ວ (27/8/1961 – 27/8/2021), ທ່ານ ປະທານປະເທດ ຫງວຽນຊັວນຝຸກ ໄດ້ຝາກຈົດໝາຍອວຍພອນພະນັກງານ, ນາຍທະຫານ, ຄູອາຈານ, ນັກຮຽນ, ນັກຮົບຂອງໂຮງຮຽນ.

  ໃນຈົດໝາຍ,  ທ່ານ ປະທານປະເທດ ຫງວຽນຊັນຝຸກ ໄດ້ຢືນຢັນວ່າ, ພະນັກງານ, ນາຍທະຫານລຸ້ນຕ່າງໆ ຮຽນຈົບຈາກໂຮງຮຽນແຫ່ງນີ້ ໄດ້ເຂົ້າຮ່ວມການຕໍ່ສູ້ໃນສະໜາມຮົບທຸກແຫ່ງ, ໄປປະຕິບັດງານໃນທຸກເຂດພາກຂອງປະເທດຊາດ, ປະກອບສ່ວນສຳຄັນເຂົ້າໃນໄຊຊະນະຂອງກອງທັບ ແລະ ປຊຊ ຫວຽດນາມ ໃນການຕໍ່ສູ້ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ແລະ ໃນໄລຍະສ້າງສາ, ປົກປັກຮັກສາແທດຊາດໃນປະຈຸບັນ.

   ທ່ານປະທານປະເທດເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ, ພະນັກງານ, ນາຍທະຫານ, ຄູອາຈານ, ນັກຮຽນ, ນັກຮົບຂອງໂຮງຮຽນ ຈະສືບຕໍ່ສູ້ຊົນ, ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ຍົກສູງລະດັບຄຸນນະພາບການບຳລຸງສ້າງ ແລະ ຄົ້ນຄວ້າວິທະຍາສາດ, ສຳເລັດທຸກໜ້າທີ່ທີ່ໄດ້ມອບໝາຍ, ປະກອບສ່ວນຢ່າງຕັ້ງໜ້າໃນການສ້າງກອງທັບ ປຊຊປະຕິວັດຊຳນານຮົບ, ເປັນທັນສະໄໝເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ