ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງ35ປີແຫ່ງວັນສ້າງຕັ້ງກົມໃຫຍ່ການເມືອງຕຳຫລວດປະຊາຊົນ

ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງ35ປີແຫ່ງວັນສ້າງຕັ້ງກົມໃຫຍ່ການເມືອງຕຳຫລວດປະຊາຊົນ - ảnh 1
ທ່ານ​ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 35 ປີ
​ແຫ່ງ​ວັນ​ສ້າງ​ຕັ້ງ​ກົມ​ໃຫຍ່​ການ​ເມືອງ​ກະຊວງ​ຕຳຫລວດ

(vovworld) - ​ ວັນ​ທີ 17/06 ຢູ່​ຮ່າ​ໂນ້ຍ ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກົມ​ໃຫຍ່​ການ​ເມືອງ​ກະຊວງ​ຕຳຫລວດ (18/06/1981 - 18/06/2016) ​ແລະ ມອບ​ຫລຽນ​ໄຊ​ພິລະ​ອາດ​ຫານ​ຊັ້ນ 1 ​ໃຫ້​ກົ​ມ​ໃຫຍ່​ການ​ເມືອງ​ຕຳຫລວດ​ປະຊາຊົນ.

        ກ່າວ​ຄຳ​ເຫັນ​ທີ​່ພິທີ, ທ່ານພົນ​ໂທ ​ໂຕ​ເລີມ ລັດຖະມົນຕີ​ກະຊວງ​ຕຳຫລວດ ຫວຽດນາມ ຕີ​ລາຄາ​ໜ້າ​ທີ່​ກໍ່ສ້າງ​ກຳລັງ​ຕຳຫລວດ​ປະຊາຊົນ ມີ​ທີ່​ຕັ້ງ​​ສຳຄັນພິ​ເສດ​ໃນ​ວຽກ​ງານ​ຕຳຫລວດ, ຕັດສິນ​​ເຖິງ​ຄຸນ​ນະພາ​ບ ປະສິດທິ​ຜົນ​ຂອງ​ການ ຮັບປະກັນ​ຄວາມ​ສະຫງົ​ບປອດ​ໄພ​ແຫ່ງ​ຊາດ ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ປອດ​ໄພ​ທາງສັງຄົມ. ທ່ານ​ພົນ​ໂທ ​ໂຕ​ເລີມ ຊີ້ນຳກົມ​ໃຫຍ່​ການ​ເມືອງ​ຕຳຫລວດ​ປະຊາຊົນ ​ແລະ ຕຳຫລວດ​ບັນດາ​ຫົວໜ່ວຍ, ​ທ້ອງ​ຖິ່ນ​ຈົ່ງໃກ້ສິດ​ຕິດ​ແທດ​ກັບໜ້າ​ທີ່​ດ້ານ​ການ​ເມືອງ​ໃນ​ແຕ່ລະ​ໄລຍະ ​ເພື່ອ​ເປັນ​ເຈົ້າ​ການ​ໃນການ​ເປັນ​​ເສນາ​ທິການ ສະ​ເໜີຄະ​ນະ​ພັກຕຳຫລວດ​ສູນ​ກາງ ກະຊວງ​ຕຳຫລວດ​ປະກາດ​​ໃຊ້​ບັນດາ​ແຜນ​ນະ​ໂຍບາຍ, ​ແນວທາງ, ມາດ​ຕະການ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ກ່ຽວກັບ​ວຽກ​ງານ​ການ​ເມືອງ, ກໍ່ສ້າງກອງກຳລັງ​ໃນ​ທົ່ວ​ຂະ​ແໜງ​ໂດຍ​ພື້ນຖານ. ຄຽງ​ຄູ່​ກັນ​ນັ້ນ ສືບ​ຕໍ່​ບູລະນະ​ລະບົບ​ອົງການ​ການ​ເມືອງ, ​ອົງການ​ກໍ່​ສ້າງກຳລັງ​ຕຳຫລວດ​ທຸກຂັ້ນຢ່າງ​ກະທັດລັດ, ມີ​ຄຸນ​ນະພາ​ບ, ຍົກ​ສູງ​ບົດບາດ​ທີ່​ຕັ້ງ​​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ, ໜ້າ​ທີ່​ວຽກ​ງານ​ດ້​ານການ​ເມືອງຂອງ​ກອງກຳລັງຕຳຫລວດ​ປະຊາຊົນ​ໃນ​ສະພາບ​ການ​​ໃໝ່.

 

ຂ່າວ/ບົດ​ອື່ນ