ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງ55ປີແຫ່ງວັນມູນເຊື້ອກຳລັງຕຳຫລວດປ້ອງກັນຕ້ານອັກຄີໄພ

ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງ55ປີແຫ່ງວັນມູນເຊື້ອກຳລັງຕຳຫລວດປ້ອງກັນຕ້ານອັກຄີໄພ - ảnh 1
ປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ
55 ປີແຫ່ງວັນມູນເຊື້ອກຳລັງຕຳຫລວດປ້ອງກັນຕ້ານອັກຄີໄພ

(vovworld) – ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ກຳລັງ​ຕຳຫລວດ​ປ້ອງ​ກັນ​ຕ້ານອັກຄີ​ໄພ (04/10) ຖືກ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 02/10 ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ຖື​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ລະດັບ​ຫັນ​ເປັນ​ຕົວ​ເມືອງ​ໄດ້​ດຳ​ເນີນ​ໄປ​ຢ່າງວ່ອງ​ໄວ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ໄພ​ແຫ້ງ​ແລ້ງ, ​​ແກ່ຍາວ​ຢູ່​ຫລາຍ​ແຫ່ງ​ຍັງຄົງຜັນ​ແປ​​ໄປຢ່າງ​ສັບສົນ ຈະ​​ເປັນ​ຜົນ​ກະທົບ​ໃຫຍ່​ກໍ່​ໃຫ້​​ເກີດອັກຄີໄຟ​. ທ່ານ​ປະທານ​ປະ​ເທດສະ​ເໜີ​ກຳລັງ​ຕຳຫລວດ​ປ້ອງ​ກັນ​ຕ້ານ​ອັກຄີ​ໄພ​ຄວນ​ເປັນ​ເຈົ້າ​ການ​ໃນ​ການ​ສຳ​ຫລວດ​ພື້ນຖານ, ​ໄຈ້​ແຍກ, ຄາດ​ຄະ​ເນ​ສະພາບ​ອັກ​ຄີ​ໄພ, ປະຕິບັດ​ດີ​ບົດ​ບາດໜ້າ​ທີ່​ເປັນ​ເສນາ​ທິການ​​ໃຫ້​ພັກ, ລັດ ປະກາດ​ໃຊ້​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຄ້ານ​ອັກ​ຄີ​ໄພ ​ແລະ ກູ້​ໄພ​ກູ້​ຊີບ. ພິ​ເສດ​ແມ່ນ​ຕ້ອງ​ແຜ່​ຂະຫຍາຍ​ບັນດາ​ແບບຢ່າງທີ່​ກ້າວໜ້າ​ຕາມ​ທິດສະໝັກ​ໃຈ, ປ້ອງ​ກັນ​ເອງ, ຄຸ້ມ​ຄອງ​ເອງ​ຢູ່​ບັນດາ​ເຂດ​ຊຸມ​ຊົນ, ​ເຂດ​ວິ​ສາ​ຫະກິດ​​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ປ້ອງ​ກັນ​ຕ້ານອັກຄີ​ໄພ. ທ່ານ​ປະທານ​ປະ​ເທດ ຮຽກ​ຮ້ອງ​ກຳລັງ​ຕຳຫລວດ​ປ້ອງ​ກັນ​ຕ້ານ​ອັກຄີ​ໄພ​ຄວນ​ເພີ່ມ​ທະວີ​ການ​ຄົ້ນຄວ້າ, ໜູນ​ໃຊ້​ບັນດາ​ຜົນງານດ້ານ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີກ້ວາ​ໜ້າ ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບ, ປະ​ສິດທິ​ຜົນວຽກ​ງານ​ປ້ອງ​ກັນ​ຕ້ານ​ອັກຄີ​ໄພ ​ແລະ ກູ້​ໄພ​ກູ້​ຊີບ. ພ້ອ​ມທັງ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ກັບ​ສາກົນ ພິ​ເສດ​ແມ່ນ​ກັບບັນດາ​ປະ​ເທດ​ມີ​ລະດັບ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີກ້າວໜ້າ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​ອັກຄີ​ໄພ ​ເພື່ອ​ແລກປ່ຽນ​ບົດຮຽນ, ຖ່າຍ​ທອດເຕັກ​ໂນ​ໂລ​ຢີທັນ​ສະ​ໄໝ ​ແລະ ຍົກ​ສູງ​ລະດັບວິຊາ​ສະ​ເພາະ​ຂອງ​ພະນັກ​ງານ, ນັກຮົບ​ກຳລັງ​ຕຳຫລວດ​ປ້ອງ​ກັນ​ຕ້ານ​ອັກ​ຄີ​ໄພ.

 

ຂ່າວ/ບົດ​ອື່ນ