ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງ65ປີແຫ່ງວັນມູນເຊື້ອຂະແໜງພະລາທິການກອງທັບ

ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງ65ປີແຫ່ງວັນມູນເຊື້ອຂະແໜງພະລາທິການກອງທັບ - ảnh 1
ພິທີ​ຮັບ​ຫຼຽນ​ໄຊພິລະ​ອາດ​ຫານ​ຊັ້ນໜຶ່ງຢ່າງ​ສົມ​ກຽດ ​

(vovworld) - ວັນ​ທີ 10/7, ກົມ​ໃຫຍ່​ພະລາທິການ, ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ຈັດ​ຕັ້ງພິທີ​ຮັບ​ຫຼຽນ​ໄຊພິລະ​ອາດ​ຫານ​ຊັ້ນໜຶ່ງຢ່າງ​ສົມ​ກຽດ ​ແລະ ພົບ​ປະ​ສັງ​ສັນ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຂອງ​ຂະ​ແໜງ​ພະລາທິການ​ກອງທັບ (11/7/1950 – 11/7/2015). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ ​ເຈືອງ​​ເຕີ້​ນຊາງ ​ເນັ້ນ​ໜັກ​ວ່າ: ​ໃນ​ ​ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ​ຜັນ​ແປ​ໄປ​ຢ່າງ​ສັບສົນ, ​ແກ່ງ​ແຍ້​ງ ອະທິປະ​ໄຕ​​ຜືນ​ແຜນ​ດິນ​ໃນ​ທະ​ເລ​ຕາ​ເອັນ​ອອກ​ຍັງຜັນ​ແປ​ໄປ​ຢ່າງ​​ສັບສົນ ພ້ອມ​ກັບ​ສະພາບ​ບັນດາ​ອິດ​ທິກຳລັງ​​ທີ່ເປັນ​ປໍ​ລະ​ປັກ​ເພີ່ມ​ທະວີ​ມ້າງ​ເພ​ທຳລາຍ​ພັກ, ລັດ​ ​ແລະ ພາລະກິດ​ປະຕິວັດ​ຂອງ​ປະຊາຊົນ ຫວຽດນາມ. ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​​ພວມ​ວາງ​ອອກ​ຫລາຍ​ບັນ​ຫາ​ໃຫຍ່, ຮີບ​ດ່ວນ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ພິ​ເສດ​ແມ່ນ​ກອງທັບ ​ເຊິ່ງ​ເປັນກຳລັງ​ຫຼັກ​ແຫຼ່ງປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ໃນ​ສະພາບ​ນັ້ນ, ບົດບາດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ວຽກ​ງານ​ພະລາທິການ​ກອງທັບ​ແມ່ນ​ໜັກໜ່ວງ​ທີ່​ສຸດ,​ ທ່ານປະທານ​ປະ​ເທດ  ​ເຈືອງ​ເຕີ້​ນຊາງ ກ່າວ​ວ່າ​:

        “ຂະ​ແໜງ​ພະລາ​ທິການ​ຕ້ອງ​ປະຕິບັດ​ວຽກ​ງານ​ເສນາ​ທິການ​ໃຫ້​ພັກ, ລັດ, ກະຊວງ​ປ້ອງກັນ​ປະ​ເທດ​ເປັນ​ຢ່າງ​ດີ,  ສ້າງ​ຍຸດ​ທະ​ສາດ ​ແລະ ບັນດາ​​ແຜນກາ​ນ ຮັບປະກັນ​ພະລາທິການ​ໃນ​ສົງຄາມ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; ບັນດາ​ວິທີ​ຮັບປະກັນ​ພະລາທິການ​ໃຫ້​​ແຕ່ລະ​ຂັ້ນ, ​​ທະຫານ​ແຕ່ລະຄົນ, ​ແຕ່ລະ​ເຫຼົ່າ​ຮົບ, ​ແຕ່​ລະ​ບໍລິ​ເວນ, ​ແຕ່ລະ​ເຂດ​ປ້ອງ​ກັນ. ຊາບ​ຊຶມ​ທັດສະນະ​ພະລາທິການ​ປະຊາຊົນ, ​ຮັບປະກັນ​ພະລາທິການ​​ກອງທັບຕິດ​ພັນ​ກັບ​ແຜນການ​ພັດທະນາ​ເສດຖະກິດ​ປະ​ເທດ, ​ເສດຖະກິດ​ແຕ່ລະ​ທ້ອງ​ຖິ່ນ, ​ແຕ່ລະເຂດ​ປ້ອງ​ກັນສະໜິດ​ຕິດ​ພັນ​ກັບ​ປະຊາຊົນ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມຂອງ​ພະລາທິການ​ປະຊາຊົນ​ຮັບ​ໃຊ້​ໃຫ້​ໜ້າ​ທີ່​ປ້ອງ​ກັນຊາດ”.

ຂ່າວ/ບົດ​ອື່ນ