ປະທານປະເທດເຂົ້າຮ່ວມພິທີເປີດສະຫຼອງວັດເຟິດຕິກຈຸກເລິມບານຢົກກາວບັ່ງ

ປະທານປະເທດເຂົ້າຮ່ວມພິທີເປີດສະຫຼອງວັດເຟິດຕິກຈຸກເລິມບານຢົກກາວບັ່ງ - ảnh 1
(ປະທານປະເທດເຂົ້າຮ່ວມພິທີ
ເປີດສະຫຼອງວັດເຟິດຕິກຈຸກເລິມບານຢົກກາວບັ່ງ)

(vovworld) - ວັນ​ທີ 15/12, ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ກາວ​ບັ່ງ, ​ແລະ ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ, 25 ປີ ​ແຫ່ງ​ວັນ​ທົ່ວ​ປວງ​ຊົນປ້ອງ​ກັນຊາ​ດ, ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະຫຼອງ​ວັດ​​ເຟິດຕິກ​ຈຸກ​ເລິ​ມ ຢູ່ບານ​ຢົກ, ​ໂດຍ​ສູນ​ກາງ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ​ ຈັດ​ຕັ້ງ​ຢູ່​ຕາ​ແສງ​ດ່າ​ມຖູ​ຍ, ​ເມືອງ​ຈຸ່ງ​ແຄ໋ງ, ​ແຂວງ​ກາວ​ບັ່ງ. ນີ້​ແມ່ນ​ວັດ​ແຫ່ງ​ທຳ​ອິດ​ຢູ່​ເຂດ​ຊາຍ​ແດນ​ທາງ​ທິດ​ເໜີ​ອຂອງ​ປະ​ເທດ. ວັດ​​ເຟິດຕິກ​ຈຸກ​ເລິ​ມ ຖືກ​ກໍ່ສ້າງ​ໃນ​ເນື້ອ​ທີ່ 3 ​ເຮັກຕາ, ຕາມ​ສະຖາປັດຕະຍະກຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດນາມ. ​ໃນ​ວັນ​ດຽວ​ກັນ, ຢູ່​ຕາ​ແສງ​ດ່າ​ມຖູ​ຍ, ​ເມືອງ​ຈຸ່ງ​ແຄ໋ງ, ​ແຂວງ​ກາວ​ບັ່ງ, ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ກໍ່​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ​ເຂດ​ພັກຜ່ອນບຳລຸງ​ສຸຂະພາບ ​ໄຊ​ງ່ອນ - ບ້ານ​ຢົກ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ໂຄງການ​ທີ່​ຫັນ​ລາຍການ​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ​ ກັບ​ແຂວງ​ກາວ​ບັ່ງ ​ເປັນ​ລະອຽດ. ກິດຈະກຳ​ບັນລຸ​ມາດຕະຖານ 4 ດາວ, ປະຈຸ​ບັນ​ໄດ້​ກໍ່ສ້າງ​ສຳ​ເລັດ​ໄລຍະ 1, ​ໃນ​ເນື້ອ​ທີ່30 ​ເຮັກຕາ, ​ເຊິ່ງລວມມີ 80 ຫ້ອງ​ນອນ, ​ເຂດ​ກິລາ, ບັນ​ເທິງ…

ຂ່າວ/ບົດ​ອື່ນ