ປະທານປະເທດເຈີ່ນດ້າຍກວາງ: ກອງທັບປະຊາຊົນວິລະຊົນຂອງຊາດ ຫວຽດນາມວິລະຊົນ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 73 ປີ (22/12/1944 – 22/12/2017), ທ່ານ ເຈີ່ນດ້າຍກວາງ ປະທານປະເທດ ຫວຽດນາມ ມີບົດຂຽນ “ກອງທັບປະຊາຊົນວິລະຊົນຂອງຊາດ ຫວຽດນາມ ວິລະຊົນ”.

ປະທານປະເທດເຈີ່ນດ້າຍກວາງ: ກອງທັບປະຊາຊົນວິລະຊົນຂອງຊາດ ຫວຽດນາມວິລະຊົນ - ảnh 1 ທ່ານ ປະທານປະເທດ ເຈີ່ນດ້າຍກວາງ

(ພາບປະກອບ)

ໃນບົດຂຽນ, ທ່ານ ປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ຜ່ານ 73 ປີແຫ່ງການຕໍ່ສູ້, ກໍ່ສ້າງ ແລະ ເຕີບໃຫຍ່, ກອງທັບປະຊາຊົນ ຫວຽດນາມ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ພ້ອມກັບທົ່ວພັກ, ທົ່ວປວງຊົນຜ່ານຜ່າຄວາມທຸກຍາກການທ້າທາຍນາໆປະການ, ສ້າງເປັນວິລະກຳອັນສະຫງ່າລາສີຫຼາຍຢ່າງ, ຕີເອົາຊະນະສັດຕູຜູ້ຮຸກຮານ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ.

        ທົບທວນຄືນບັນດາການປະກອບສ່ວນຢ່າງໃຫຍ່ຫຼວງຂອງກອງທັບປະຊາຊົນ ຫວຽດນາມ ໃນການຕໍ່ຕ້ານສອງຄັ້ງຍາດເອົາເອກະລາດແຫ່ງຊາດກໍ່ຄືໃນໄລຍະການປະຕິວັດໃໝ່, ທ່ານ ປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ໃນສະຖານະການພາຍໃນປະເທດ ແລະ ຢູ່ໃນໂລກ ມີຜັນແປໃໝ່ຫຼາຍຢ່າງ, ກອງທັບປະຊາຊົນ ຫວຽດນາມ ເວົ້າສະເພາະ, ກຳລັງປະກອບອາວຸດປະຊາຊົນເວົ້າລວມ ຍາມໃດກໍ່ຕ້ອງຍົກສູງນ້ຳໃຈລະວັງຕົວປະຕິວັດ, ມານະພະຍາຍາມສູ້ຊົນຢ່າງເປັນບໍ່ຢຸດຢັ້ງເພື່ອກໍ່ສ້າງກອງທັບປະຊາຊົນປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ມີຄຸນະພາບສັງລວມ ແລະ ກຳລັງສູ້ຮົບນັບມື້ນັບສູງ, ຮັບປະກັນສຳເລັດພາລະໜ້າທີ່ສູ້ຮົບເປັນຢ່າງດີ, ການປະຕິບັດງານ, ການອອກແຮງງານ, ທຳການຜະລິດ, ເປັນກຳລັງແກ່ນສານໃນການປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດຢ່າງແທ້ຈິງ.

        ທ່ານ ປະທານປະເທດ ເຈີ່ນດ້າຍກວາງ ເຊືອໝັ້ນວ່າ ໂດຍສືບທອດ ແລະ ເສີມຂະຫຍາຍມູນເຊື້ອ 73 ປີແຫ່ງການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່, ກອງທັບປະຊາຊົນ ຫວຽດນາມ - ກອງທັບປະຊາຊົນວິລະຊົນຂອງຊາດ ຫວຽດນາມ ວິລະຊົນ ໄດ້, ພວມ ແລະ ຈະສ້າງເປັນໜ້າປະຫວັດສາດອັນອົງອາດກ້າຫານ, ເຮັດໃຫ້ປະເທດຊາດຮູ່ງເຮືອງເຫຼືອງເຫຼື້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ