ປະທານປະເທດເຈີ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ Ted Osius ເຂົ້າຢ້ຽມອຳລາ

(VOVWORLD) - ຕອນເຊົ້າວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Ted Osius ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານດ້ານການທູດ ຢູ່ ຫວຽດນາມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຊົມເຊີຍທ່ານເອກອັກຄະລັດຖະທູດ ໄດ້ມີອາຍຸການປະຕິບັດງານປະສົມຜົນສຳເລັດຢູ່ ຫວຽດນາມ. 
ປະທານປະເທດເຈີ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ Ted Osius ເຂົ້າຢ້ຽມອຳລາ - ảnh 1ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Ted Osius ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ 

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຫວັງວ່າ ທ່ານເອກອັກຄະລັດຖະທູດ ໃນຖານະຕຳແໜ່ງໃໝ່ ແມ່ນຮອງປະທານຄະນະອຳນວຍການມະຫາວິທະຍາໄລ Fullbright ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງໃຫ້ແກ່ ຫວຽດນາມ. ເປັນທີ່ໄດ້ຮັບຊາບແລ້ວວ່າ: ທ່ານເອກອັກຄະລັດຖະທູດຄົນໃໝ່ຂອງ ອາເມລິກາ ປະຈຳ ຫວຽດນາມ ໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດ ອາເມລິກາ ແລະ ຈະມາ ຫວຽດນາມ ກ່ອນທີ່ຈັດຕັ້ງສັບປະດາຂັ້ນສູງ APEC 2017, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: ຫວຽດນາມ ຈະສ້າງເງື່ອນໄຂເພື່ອໃຫ້ທ່ານເອກອັກຄະລັດຖະທູດ ຍືນສານຕາຕັ້ງໂດຍໄວ ແລະ ຕ້ອນຮັບຄະນະຜູ້ແທນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ເຂົ້າຮ່ວມກອງປະຊຸມສຸດຍອດ APEC 2017 ແລະ ຢ້ຽມຢາມ ຫວຽດນາມ ຢ່າງທັນເວລາ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຊື່ອໝັ້ນວ່າ: ພາຍຫຼັງການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, ການພົວພັນ 2 ປະເທດຈະພັດທະນາຮອບດ້ານກ່ວາໃນທຸກໆຂົງເຂດ.

        ສ່ວນທ່ານເອກອັກຄະລັດຖະທູດ Ted Osius ເຊື່ອໝັ້ນວ່າ ສັບປະດາຂັ້ນສູງ APEC ຢູ່ດ່ານັ້ງ ໃນອາທິດຈະມາເຖິງຈະປະສົມຜົນສຳເລັດຢ່າງຈົບງາມ, ຜ່ານນັ້ນ, ຊ່ວຍ ຫວຽດນາມ ສະແດງຕໍ່ໂລກກ່ຽວກັບການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງຕົນ. ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Donald Trump ຈະນຳການພົວພັນ 2 ປະເທດຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ