ປະທານປະເທດເຈີ່ນດ້າຍກວາງ ຢ້ຽມຢາມແຂວງ Gunmar, ປະເທດຍີ່ປຸ່ນ

(VOVWORLD) -ທ່ານປະທານປະເທດ ໄດ້ຖາມຂ່າວບັນດານັກວິສະວະກອນ, ຊາວຜູ້ອອກແຮງງານຫວຽດນາມກ່ຽວກັບເງື່ອນໄຂການດຳລົງຊີວິດ, ສະພາບແວດລ້ອມເຮັດວຽກ; ສະເໜີໃຫ້ບັນດາວິສະວະກອນ

ປະທານປະເທດເຈີ່ນດ້າຍກວາງ ຢ້ຽມຢາມແຂວງ Gunmar,  ປະເທດຍີ່ປຸ່ນ - ảnh 1 ພະນັັກງານ, ນັກຮຽນ, ພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ຍີ່ປຸ່ນ ຕ້ອນຮັບທ່ານປະທານປະເທດເຈີ່ນດ້າຍກວາງພ້ອມດ້ວຍພັນລະຍາຢູ່ສະໜາມບິນ Haneda, ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ

(ພາບ: Nhan Sang/ TTXVN)

ຕອນບ່າຍວັນທີ 29 ພຶດສະພາ, ເມື່ອລົງໄປຮອດນະຄອນຫຼວງໂຕກຽວ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ຍີ່ປຸ່ນ, ທ່ານປະທານປະເທດຫວຽດນາມເຈີ່ນດ້າຍກວາງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມແຂວງ Gunmar, ເຊິ່ງເປັນທ້ອງຖິ່ນທີ່ມີຊາວຫວຽດນາມ ປະມານ 7.000 ຄົນພວມດຳລົງຊີວິດ, ຮ່ຳຮຽນ ແລະເຮັດວຽກຢູ່ທີ່ນີ້.

        ທີ່ແຂວງ Gunmar, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານຜູ້ວ່າການ ແຂວງ Gunmar Masaki Osawa. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ການນຳ ແຂວງ Gunmar ຊຸກຍູ້ການພົວພັນຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມໃຫ້ຫຼາຍກວ່າອີກ ເພື່ອແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ຜ່ານການຍູ້ແຮງບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ, ຊຸກຍູ້ການຮ່ວມມືໃນການທ່ອງທ່ຽວ, ດຶງດູດການລົງທຶນຂອງວິສາຫະກິດແຂວງ Gunmar ເຂົ້າມາຫວຽດນາມ. ພິເສດແມ່ນໃນບັນດາຂົງເຂດກະສິກຳໝູນໃຊ້ເຕັກໂນໂລຢີສູງ, ອຸດສາຫະກໍາປຸງແຕ່ງ, ການຄຸ້ມຄອງຮັກສາຜະລິດຕະພັນກະເສດ…. ເພີ່ມທະວີການຮັບເອົານັກສຶກສາມາເຝິກງານ, ແຮງງານຫວຽດນາມມາເຮັດວຽກຢູ່ແຂວງ ໃນບັນດາຂົງເຂດກະສິກຳ ແລະ ການກໍ່ສ້າງ.

        ທ່ານຜູ້ວ່າການ ແຂວງ Gunmar Masaki Osawa ຢັ້ງຢືນວ່າ ແຂວງ Gunmar ຢາກຮັບເອົາບັນດາແຮງງານມີຄຸນນະພາບສູງ, ນັກສຶກສາເຝິກງານຫວຽດນາມຫຼາຍກວ່າອີກ ແລະ ຮ່ວມມືກັບຫວຽດນາມໃນຂົງເຂດການສຶກສາ.

        ຕອນບ່າຍຂອງວັນດຽວກັນ ທີ່ ແຂວງ Gunmar, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ລົງຢ້ຽມຢາມບໍລິສັດ Koganei Seiki Co., ນະທີ່ນີ້, ທ່ານປະທານປະເທດ ໄດ້ຖາມຂ່າວບັນດານັກວິສະວະກອນ, ຊາວຜູ້ອອກແຮງງານຫວຽດນາມກ່ຽວກັບເງື່ອນໄຂການດຳລົງຊີວິດ, ສະພາບແວດລ້ອມເຮັດວຽກ; ສະເໜີໃຫ້ບັນດາວິສະວະກອນ, ຊາວຜູ້ອອກແຮງງານຫວຽດນາມສືບຕໍ່ມານະພະຍາຍາມປະກອບສ່ວນເຂົ້າໃນການພັດທະນາຂອງບໍລິສັດ ກໍຄືຂອງທ້ອງຖິ່ນ ແລະ ກາຍເປັນຂົວເຊື່ອມຕໍ່ໃຫ້ການພົວພັນຮ່ວມມືລະຫວ່າງຫວຽດນາມ - ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ