ປະທານປະເທດເຈີນດ້າຍກວາງ ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຢ້ຽມຂ່ຳນັບ


ປະທານປະເທດເຈີນດ້າຍກວາງ ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຢ້ຽມຂ່ຳນັບ - ảnh 1
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈີນ​ດ້າຍກ​ວາງ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານນາງ ນີ​ແກນ​ເຕີ ຣຸດ​ເຕິ ເອກ​ອັກ​ຄະ​ລັດ​ຖະ​ທູດ​ໂຮນລັງ

(vovworld)- ຕອນ​ບ່າຍ​ວັນ​ທີ 21/9, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈີນ​ດ້າຍກ​ວາງ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານນາງ ນີ​ແກນ​ເຕີ ຣຸດ​ເຕິ ເອກ​ອັກ​ຄະ​ລັດ​ຖະ​ທູດ​ໂຮນລັງ ​ເຂົ້າ​ຢ້ຽມ​ຂ່ຳ​ນັບ. ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈີນ​ດ້າຍກ​ວາງ ໄດ້​ສະເໜີ 2 ຝ່າຍ​ຍູ້​ແຮງ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ທີ່​ຮັບ​ບຸ​ລິ​ມະ​ສິດ ແລະ ຮ່ວມ​ມື​ພັດ​ທະ​ນາ​ຂະ​ແໜງ​ຕໍ່​ກຳ​ປັ່ນ​ຢູ່​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈີນ​ດ້າຍກ​ວາງ ສະ​ເໜີ ທ່ານນາງ ນີ​ແກນ​ເຕີ ຣຸດ​ເຕິ ເອກ​ອັກ​ຄະ​ລັດ​ຖະ​ທູດ​ໂຮນລັງ ສືບ​ຕໍ່​ສະ​ໜັ​ບ​ສະ​ໜູນ, ຂົນ​ລັດ​ຖະ​ບານ​ໂຮນ​ລັງ​ສືບ​ຕໍ່​ອຸ​ປະ​ຖຳ​ໃຫ້​ແກ່​ຫວຽດ​ນາມ​ຜ່ານ​ໂຄງ​ການ​ຫນູນ​ຊ່ວຍດ້ານ​ເຕັກ​ນິກ, ຖ່າຍ​ທອດ​ລະ​ດັບ​ຄວາມ​ຮູ້​ໃນ​ບາງ​ຂົງ​ເຂດ​ການ​ບຳ​ລຸງ​ສ້າງ, ສິ່ງ​ແວດ​ລ້ອມ, ກະ​ສີ​ກຳ… ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈີນ​ດ້າຍກ​ວາງ ຫວັງ​ວ່າ ໂຮນ​ລັງ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຮອບ​ດ້ານ​ກັບ EU ບົນ​ພື້ນ​ຖານ​ບັນ​ດາ​ຂອບ​ເຂດ​ຮ່ວມ​ມື​ໃໝ່​ຄື : PCA, EVFTA .

    ແລະ ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈີນ​ດ້າຍກ​ວາງ ກໍ​ໄດ້​ໃຫ້​ການ ໃຫ້​ການ​ຕ້ອນ​ຮັບ ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ແຊັກ​ບາຍ​ຊານ ​ເຂົ້າ​ຢ້ຽມ​ຂ່ຳ​ນັບຢ່າງ​ສະ​ໜິກ​ສະ​ໜົມ.
ຂ່າວ/ບົດ​ອື່ນ