ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບປະທານກຸ່ມບໍລິສັດ Wordvision Kevin Jenkins

ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບປະທານກຸ່ມບໍລິສັດ Wordvision Kevin Jenkins - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ແລະ ທ່ານ ປະທານ​ອົງການ​ວິ​ໄສ​ທັດ​ໂລກ (​World Vision Internetionl ) Kevin Jenkins

(vovworld) – ຕອນ​ບ່າຍ​ວັນ​ທີ 28/9, ທີ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ໃຫ້ການ​ຕ້ອນຮັບ​ປະທານ​ອົງການ​ວິ​ໄສ​ທັດ​ໂລກ (​World Vision Internetionl) Kevin Jenkins, ພວມ​ມີ​ການ​ຢ້ຽມຢາມ ​ແລະ​ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ບັນດາ​​ໂຄງການ, ​ແຜນການ​ຂອງ​ອົງການ ວິ​ໄສ​ທັດ​ໂລກ ຢູ່ ຫວຽດນາມ ບໍ່​ພຽງ​ແຕ່​ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ພາລະກິດ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸ​ດຜ່ອນ​ຄວາມ​ທຸກ​ຍາກ​ຂອງ ຫວຽດນາມ ເທົ່າ​ນັ້ນ ຫາກ​ຍັງ​ແນະນຳ​ວິທີ​, ການ​ສຳ​ພັດ​ໃໝ່​ມີ​ລັກສະນະ​ສັງ​ລວ​ມ ​ແລະ ຍືນ​ຍົງ​ພິ​ເສດ​ໃນ​ການ​ເບິ່ງ​ແຍງ​ດູ​ແລ​ໃຫ້​ເດັກຢ່າງຮອບດ້ານ​, ຍົກ​ສູງ​ສະຕິ ​ແລະ ສົ່ງ​​ເສີມ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ວົງ​ຄະນະ​ຍາດ​ຂອງ​ແມ່ຍິງ ​ແລະ ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ບັນດາ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຂອງ ຫວຽດນາມ ອີກ​ດ້ວຍ.

        ສ່ວນ​ທ່ານ Kevin Jenkins​ໃຫ້​ຄຳ​ໝັ້ນ​ສັນຍາວ່າ: ອົງການ ວິ​ໄສ​ທັດ​ໂລກ ສົມທົບ​ກັບ​ລັດຖະບານ​ ຫວຽດນາມ ພ້ອມ​ກັນ​ປະຕິບັດ​ເປົ້າໝາຍ​ສະຫັດ​ສະ​ວັດ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ຢູ່ ຫວຽດນາມ , ພິ​ເສດ​ແມ່ນ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ. ພ້ອມ​ທັງ​ຢັ້ງຢືນ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ພັດທະນາ​ສາທາລະນະ​ສຸກ, ການ​ສຶກສາ ​ແລະ ບຳລຸງ​ສ້າງ ​ແລະ ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ. ຜ່ານ​ນັ້ນ, ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ ຫວຽດນາມ. 


ຂ່າວ/ບົດ​ອື່ນ