ປະທານປະເທດເຈີນດ້າຍກວາງຕ້ອນຮັບປະທານສະຫະພັນລັດຖະສະພາສາກົນ

(VOVWORLD) -ວັນທີ 19 ມັງກອນ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານນາງປະທານສະຫະພັນລັດຖະສະພາສາກົນ Gabriela Cuevas Barron ແລະ ຄະນະຜູ້ແທນຂັ້ນສູງ ສະຫະພັນລັດຖະສະພາສາກົນ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF) ຄັ້ງທີ 26
ປະທານປະເທດເຈີນດ້າຍກວາງຕ້ອນຮັບປະທານສະຫະພັນລັດຖະສະພາສາກົນ - ảnh 1ທ່ານປະທານປະເທດ ເຈີນດ້າຍກວາງ ແລະ ທ່ານນາງປະທານສະຫະພັນລັດຖະສະພາສາກົນ Gabriela Cuevas Barron 

ທີ່ການຕ້ອນຮັບ, ທ່ານ ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ຢືນຢັນວ່າ ບັນດາຜົນສຳເລັດໃນຂົງເຂດຕ່າງໆຂອງຫວຽດນາມໃນປີ 2017 ທີ່ຜ່ານມາ ແມ່ນບໍ່ອາດຕັດແຍກອອກຈາກການຮ່ວມມື, ຊ່ວຍເຫຼືອຢ່າງມີປະສິດທິຜົນຂອງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ,ໃນນັ້ນມີ ສະຫະພັນລັດຖະສະພາສາກົນ ແລະ ບັນດາອົງການລັດຖະສະພາລະຫວ່າງຊາດພາກພື້ນ.  

     ສ່ວນທ່ານນາງປະທານສະຫະພັນລັດຖະສະພາສາກົນ Gabriela Cuevas Barron ໃຫ້ຮູ້ວ່າ ປະຈຸບັນ, ສະຫະພັນລັດຖະສະພາສາກົນ ແລະ ສະພາແຫ່ງຊາດຫວຽດນາມມີສາຍພົວພັນຮ່ວມມືເລິກເຊິ່ງ ແລະ ກ້ວາງຂວາງ. ທ່ານນາງມີຄວາມຫວັງຢາກຮ່ວມມືກັບຫວຽດນາມເພື່ອປະຕິບັດບັນດາໜ້າທີ່ຊຶ່ງສະຫະພັນລັດຖະສະພາສາກົນມອບໝາຍໃຫ້. 

ຕອບກັບ

ຂ່າວ/ບົດ​ອື່ນ