ປະທານປະເທດເຈີນດ້າຍກວາງຕ້ອນຮັບຫົວໜ້າບັນນາທິການໃຫຍ່ສຳນັກຂ່າວສານຊິນຮວາ, ປະເທດຈີນ

(VOVWORLD) -ຕອນບ່າຍວັນທີ 24 ພຶດສະພາ ທີ່ສຳນັກງານປະທານປະເທດ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານຫົວໜ້າບັນນາທິການໃຫຍ່ສຳນັກຂ່າວສານຊິນຮວາ, ປະເທດຈີນ ທາຍມິນຈາວ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. 

ປະທານປະເທດເຈີນດ້າຍກວາງຕ້ອນຮັບຫົວໜ້າບັນນາທິການໃຫຍ່ສຳນັກຂ່າວສານຊິນຮວາ, ປະເທດຈີນ - ảnh 1(ທ່ານປະທານປະເທດເຈີນດ້າຍກວາງ

ຕ້ອນຮັບຫົວໜ້າບັນນາທິການໃຫຍ່ສຳນັກຂ່າວສານຊິນຮວາ)

ທີ່ການຕ້ອນຮັບ, ທ່ານປະທານປະເທດເຈີນດ້າຍກວາງ ເນັ້ນໜັກວ່າ, ໃນຊຸມປີຜ່ານມາ, ການພົວພັນລະຫວ່າງ 2 ພັກ, 2 ລັດ ສືບຕໍ່ມີທ່າອ່ຽງຮ່ວມມື ແລະ ພັດທະນາ ບັນລຸບາດກ້າວພັດທະນາໃໝ່. ໃນນັ້ນ, ການເຄື່ອນໄຫວຮ່ວມມືລະຫວ່າງບັນດາອົງການຂ່າວສານ 2 ປະເທດໃນໄລຍະຜ່ານມາ ກໍ່ໄດ້ຮັບການຍູ້ແຮງ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ 2 ປະເທດ ຜ່ານແຫຼ່ງຂ່າວຢ່າງເປັນທາງການຂອງແຕ່ລະສຳນັກຂ່າວສານ. ທ່ານປະທານປະເທດ ເຈີນດ້າຍກວາງ ສະແດງຄວາມເຊື່ອໝັ້ນວ່າ ສື່ມວນຊົນ 2 ປະເທດເວົ້າລວມ, ສຳນັກຂ່າວສານຫວຽດນາມ ແລະ ສຳນັກຂ່າວສານຊິນຮວາ ເວົ້າສະເພາະ ຈະສືບຕໍ່ເປີດກວ້າງການຮ່ວມມືໃນສັງກາດດີຈີຕອນ.

        ທ່ານປະທານປະເທດໃຫ້ຮູ້ວ່າ, ປີ 2017 ຫວຽດນາມ ແມ່ນປະເທດເຈົ້າພາບຈັດກອງປະຊຸມ APEC 2017, ສະນັ້ນ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ສຳນັກຂ່າວສານ 2 ປະເທດ ສົມທົບກັນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບການຮ່ວມມືໃນຂອບເຂດ APEC ເພື່ອແນໃສ່ຊອກຫາກຳລັງໜູນໃໝ່ ຊຸກຍູ້ການເຕີບໂຕແບບຍືນຍົງ, ກວມລວມ, ມີຫົວຄິດປະດິດສ້າງ ແລະ ຍູ້ແຮງການຮ່ວມສຳພັນດ້ານເສດຖະກິດຂອງພາກພື້ນໃນໄລຍະໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ