ປະທານປະເທດເຈີນດ້າຍກວາງຕ້ອນຮັບຮອງປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ

(VOVWORLD) -ໃນຂອບເຂດການຢ້ຽມຢາມທາງລັດຖະກິດເຖິງສປ.ຈີນ, ຕອນບ່າຍວັນທີ 11 ພຶດສະພາ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຫວາງຈາງຊວຍ. 

ປະທານປະເທດເຈີນດ້າຍກວາງຕ້ອນຮັບຮອງປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ - ảnh 1 (ທ່ານປະທານປະເທດ ເຈີນດ້າຍກວາງ ແລະ

ຮອງປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ)

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີນດ້າຍກວາງ ເນັ້ນໜັກວ່າ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຕີລາຄາສູງການຮ່ວມມືລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະ ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ; ຢືນຢັນການພົບປະແລກປ່ຽນມິດຕະພາບປະຊາຊົນແມ່ນຊ່ອງສຳຄັນໃນການປັບປຸງພື້ນຖານສັງຄົມຢ່າງໜັກແໜ້ນເພື່ອໃຫ້ 2 ຝ່າຍຊຸກຍູ້ບັນດາຂົງເຂດຮ່ວມມືຢ່າງແທດຈິງ, ກໍຄືແກ້ໄຂບັນດາບັນຫາທີ່ຍັງຄົງຂ້າງໃນການພົວພັນ 2 ປະເທດຢ່າງສົມເຫດສົມຜົນ.

        ສ່ວນທ່ານຮອງປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຫວາງຈາງຊວຍ ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນຈີນ ຖືເປັນສຳຄັນການພັດທະນາສາຍພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມື, ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ, ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ປັບປຸງ, ເພີ່ມພູມຄຸນສ້າງໃຫ້ນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ