​ປະທານ​ປະ​ເທດ​ເຈີ່ນ​ດ້າຍ​ກວາງ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ​ກາ​ນາ​ດາ​ເຂົ້າ​ຢ້ຽມ​ອຳ​ລາ

​ປະທານ​ປະ​ເທດ​ເຈີ່ນ​ດ້າຍ​ກວາງ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ​ກາ​ນາ​ດາ​ເຂົ້າ​ຢ້ຽມ​ອຳ​ລາ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ
 ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ David Devine ​


(vovworld) - ​ ຕອນ​ເຊົ້າ​ວັນ​ທີ 07/09 ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ David Devine ​ເອກ​ອັກຄະ​ລັດຖະທູດ ກາ​ນາ​ດາ ​ເຂົ້າ​ຢ້ຽມ​ອຳ​ລາ ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ອາຍຸ​ການ​ປະຕິບັດ​ງານທາງ​ການ​ທູດ​ຢູ່ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ຕີ​ລາຄາ​ສູງ​ບັນດາ​ບາດກ້າວທີ່​ແທດ​ຈິງ ຊຶ່ງ​ບັນລຸ​ໄດ້​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ກາ​ນາ​ດາ ​ແລະ ບັນດາ​ການ​ປະກອບສ່ວນ​ສຳຄັນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​​ເຂົ້າໃນ​ການ​ຊຸກຍູ້​ການ​ພົວພັນ ຫວຽດ​ນາມ - ກາ​ນາ​ດາ ​ໃນ​ອາຍຸ​ການ​ປະຕິບັດ​ງານ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ. ທ່ານ​ປະທານ​ປະ​ເທດຢືນຢັນ​ວ່າ: ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະສົມທົບ, ໜູນ​ຊ່ວຍ​ ກາ​ນາ​ດາ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ ອາ​ຊຽນ - ກາ​ນາ​ດາ ຕາມ​ທິດ​ຢ່າງມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ. 2 ປະ​ເທດ ກໍ່​ຈະ​ສືບ​ຕໍ່​ສົມທົບ​ກັ​ນຢູ່​ບັນດາ​ເວທີ​ປາ​ໄສ​ສາກົນຫລາຍ​ຝ່າຍ. ທ່ານ​ປະທານ​ປະ​ເທດ​ປາດ​ຖະໜາ​ວ່າ: ໃນ​ໄລຍະ​ຈະ​ມາ​ເຖິງທ່ານ​ເອກ​ອັກຄະ​ລັດຖະທູດ David Devine ​ ​ເຖິງ​ວ່າ​ຈະ​ດຳລົງ​ຕຳ​ແໜ່​ງ​ໃດກໍ່ຕາມ ກໍ່ຈະ​ສືບ​ຕໍ່​ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມືລະຫວ່າງ 2 ປະ​ເທດ ຫວຽດນາມ - ກາ​ນາ​ດາ ​ໃຫ້​ດີ​ຍິ່ງໆ​ຂຶ້ນ.

ຂ່າວ/ບົດ​ອື່ນ