ປະທານປະເທດເຈີນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດມາຣົກເຂົ້າຢ້ຽມອຳລາ

ປະທານປະເທດເຈີນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດມາຣົກເຂົ້າຢ້ຽມອຳລາ - ảnh 1
(ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ​ຕ້ອນ​ຮັບ​
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມາ​ຣົກ En Houcine Fardani)

(vovworld) - ​ຕອນ​ບ່າຍວັນ​ທີ 14/09, ​ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ​້​ໃຫ​້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມາ​ຣົກ En Houcine Fardani ເຂົ້າ​ຢ້ຽມ​ອຳ​ລາ, ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸ​ດ​ໜ້າ​ທີ່​ປະ​ຕິ​ບັດ​ງານ​ຢູ່​ຫວຽດ​ນາມ. ຢູ່​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ຕີ​ລາ​ຄາ​ສ​ູງບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ 2 ປະ​ເທດ ໃນ​ໄລ​ຍະ​ກວ່າ 10 ປີ​ຜ່ານ​ມາ, ກໍ​ຄື​ດ້ວຍ​ບົດ​ບາດ​ເປັນ​ຫົວ​ໜ້າ​ຄະ​ນະ​ການ​ທູດ​ຢູ່​ຮ່​າ​ໂ​ນ້ຍ. ທ່ານ​ປະ​ທານ​ປະ​ເທດ ໄດ້​ສະ​ເໜີ​ໃຫ້ 2 ປະ​ເທດ​ສືບ​ຕໍ່​ສົມ​ທົບ​ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ ແລະ ພາກ​ພື້ນ, ໃນ​ຂົງ​ເຂດ​ຮ່ວມ​ມື​ໃຕ້ - ໃຕ້ ແລະ ຂ​ະ​ບວນ​ການບໍ່​ຮ່ວມ​ກຸ່ມ​ໃຫ້​ແໜ້ນ​ແ​ຟ້ນກວ່າ​ອີກ.

        ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ En Houcine Fardani ໄດ້​ຂອບ​ໃຈ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ​ທີ່ໄດ້​ຊ່ວຍ​ໃຫ້​​ຕົນ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ຢູ່​ຫວຽດ​ນາມ ແລະ ໃຫ້​ຮູ້​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເຖິງວ່າ​​ຈະດຳ​ລົງ​ຕຳ​ແໜ່ງ​ໃດ​ກໍ່​ຕາມ ​ຍາ​ມ​ໃດທ່ານກໍ່​ຈະ​ເປັນ​ຂົວ​ຕໍ່​ໃຫ້​ແກ່​ການ​ພັດ​ທະ​ນາ​ລວມ​ຂອງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ