ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດລັດເຊຍແລະຍີ່ປຸ່ນ

ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດລັດເຊຍແລະຍີ່ປຸ່ນ - ảnh 1
(ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນດ້າຍ​ກວາງ
​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູ​ດ ລັດ​ເຊຍ Konstantine Vnukov)

(vovworld) - ຕອນ​ບ່າຍ​ວັນ​ທີ 19/04, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນດ້າຍ​ກວາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູ​ດ ສະຫະພັນ ລັດ​ເຊຍ Konstantine Vnukov ທີ່​ການ​ຕ້ອນຮັບ ທ່ານ​ປະທານ​ປະ​ເທດ ຖື​ວ່າ: ພ້ອມ​ກັບ​ບັນດາ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ. 2 ປະ​ເທດ​ຄວນ​ເອົາ​ໃຈ​ໃສ່​​ເຖິງການ​ຮ່ວມ​ມື​ໃນ 2 ຂົງ​ເຂດ​ສຳຄັນ​ແມ່ນ ນ້ຳມັນ​ອາຍ​ແກັສ ​ແລະ ​ໄຟຟ້າ​ນິວ​ເຄຼຍ, ທ່ານ​ປະທານ​ປະ​ເທດ​ປາດ​ຖະໜາ​ວ່າ: ລັດຖະບານ​ສະຫະພັນ ລັດ​ເຊຍ ຈະ​ໃຫ້​ສັດຕະຍາບັນ​ສັນຍາ​ການ​ຄ້າ​ເສລີ​ພັນທະ​ມິດ​ເສດຖະກິດ ອາຊີ - ​ເອີ​ລົບ ​ໂດຍ​ໄວ, ເພື່ອ​ເປັນ​ພື້ນຖານ​ຊຸກຍູ້​ການ​ຮ່ວມ​ມື​ດ້ານເສ​ດຖະກິດ​ການ​ຄ້າ​ລະຫວ່າງ 2 ປະ​ເທດ ​ແລະ ພາກພື້ນ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢັ້ງຢືນ​ວ່າ​: ຈະ​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ​ເພີ່ມ​ທະວີ​ການ​ທາ​ບທາ​ມຄວາມ​ເຫັນ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ​ ​ແລະ ສາກົນ, ຫວຽດນາມ ສົມ​ທົບກັນ​ຢ່າງ​ແໜ້ນ​ແຟ້ນກັບ​ສະຫະພັນ ລັດ​ເຊຍ ປະຕິບັດ​ສຳ​ເລັດ​ກອງ​ປະຊຸມ ລັດ​ເຊຍ - ​ອາ​ຊຽນ ຢູ່ Sochi ສະຫະພັນ ລັດ​ເຊຍ.

        ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ Konstantine Vnukov ຢືນຢັນ​ວ່າ: ສະຫະພັນ ລັດ​ເຊຍ ຍາມ​ໃດ​ກໍ່ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ ລັດ​ເຊຍ ​ໃຫ້​ຮູ້​ວ່າ: ບັນດາ​ປະ​ເທດ​ໄດ້ ​ແລະ ພວມ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ໃຫ້​ສັດ​ຕະຍາ​ບັນ​ນຳ​ສັນຍາ​ການ​ຄ້າ​ເສລີ ອາຊີ - ​ເອີ​ລົບ ລະຫວ່າງ ຫວຽດນາມ ​ແລະ ພັນທະ​ມິດ​ພາສີ ລັດ​ເຊຍ, ​ເບ​ລາຣຸດ ​ແລະ ກາ​ຊັກສະຖານ​ ​​ເຂົ້າ​ໃນ​ການ​ປະຕິບັດໂດຍ​​ໄວ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຊຸກ​ຍູ້ການ​ຮ່ວມ​ມືດ້ານ​ເສດຖະກິດ​ລະຫວ່າງ 2 ປະ​ເທດ​ເວົ້າ​ສະ​ເພາະ ກໍ່​ຄື 2 ພາກ​ພື້ນ​ເວົ້າ​ລວມ.

ຕອນບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ໋າຍກວາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Hiroshi Fukada. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ​ໄດ້​ແບ່ງ​ເບົາຄວາມ​ເສຍ​ຫາຍ​ພາຍຫຼັງ​ເຫດ​ແຜ່ນດິນ​ໄຫວ​ຢູ່ Kumamoto ຫວ່າງ​ແລ້ວ​ນີ້ ກັບລັດຖະບານ ​ແລະ ປະຊາຊົນ ຍີ່ປຸ່ນ​. ທ່ານ​ຢືນຢັນ​ວ່າ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຕົນ, ຫວຽດນາມ​ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ສາຍ​ພົວພັນ​ກັບ ຍີ່ປຸ່ນ. ທ່ານ​ປະທານ​ປະ​ເທດ ​ເຈິ່ນດ໋າຍກວາງ ຫວັງ​ວ່າ​, ໄລຍະ​ຈະ​ມາ​ເຖິງ, ຍີ່ປຸ່ນ​ຈະ​ສືບ​ຕໍ່​ອຸປະຖຳ ODA ​ໃຫ້​ແກ່ ຫວຽດນາມ ບົນ​ເສັ້ນທາງ​ພັດທະນາ, ​ແບ່ງປັນ​ບົດຮຽນ ​ແລະ ຊ່ວຍ​ເຫຼືອ ຫວຽດນາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ພ້ອມ​ກັນ​ນັ້ນ, ທັງ​ສອງ​ຝ່າຍ​ຄວນ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດທະນະທຳ, ການ​ສຶກສາ ​ແລະ ການ​ແລກປ່ຽນ​ປະຊາຊົນ. ສ່ວນທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Hiroshi Fukada ກໍ່​ໃຫ້​ຮູ້​ວ່າ, ຍີ່ປຸ່ນ​ຖື​ເປັນ​ສຳຄັນ ຫວຽດນາມ ​ແລະ ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ  Shinzo Abe ​ໄດ້​ເຊີນ​ທ່ານ​ນາຍົກລັດ​ຖະມົນຕີ ຫງວຽນ​ຊວນ​ຟຸກ ​ເຂົ້າ​ຮ່ວມ​ກອງ​ປະຊຸມ ຈີ 7 ​ເຊິ່ງຈັດ​ຕັ້ງ​ຢູ່ ຍີ່ປຸ່ນ​ໃນ​ໄລຍະ​ຈະ​ມາ​ເຖິງ. ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້, ສອງ​ຝ່າຍ​ຈະ​ປຶກສາ​ຫາລື​ທິດ​ທາງ​ພັດທະນການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ໃໝ່. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Hiroshi Fukada ຢືນຢັນ​ວ່າ ສອງ​ປະ​ເທດ​ຄວນ​ຮ່ວມ​ມື​ນຳ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ​ສົມທົບ​ກັບປະ​ເທດ​ຕ່າງໆ​ອອກສຽງ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ. ​ແລະ ຍີ່ປຸ່ນ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ ຫວຽດນາມ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ກໍ່​ຄື​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ.

ຂ່າວ/ບົດ​ອື່ນ