ປະທານປະເທດເຈີ່ນດ້າຍກວາງຕອບສຳພາດຕໍ່ສື່ມວນຊົນອິນເດຍກ່ອນການຢ້ຽມຢາມທາງລັດຖະກິດຢູ່ອິນເດຍ

(VOVWORLD) -ຕອນຄ່ຳວັນທີ 27 ກຸມພາ, ໜັງສືພິມ “The Economic Times” (ET) ໄດ້ລົງພິມບົດຕອບສຳພາດຂອງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຢູ່ສ.ອິນເດຍ (ໃນລະຫວ່າງວັນທີ 02 – 04 ມີນາ).

ປະທານປະເທດເຈີ່ນດ້າຍກວາງຕອບສຳພາດຕໍ່ສື່ມວນຊົນອິນເດຍກ່ອນການຢ້ຽມຢາມທາງລັດຖະກິດຢູ່ອິນເດຍ - ảnh 1 ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ

(ພາບ: TTXVN)

ໃນບົດຕອບສຳພາດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນຂົງເຂດຮ່ວມມືຍຸດທະສາດ ແລະ ບັນລຸປະສິດທິຜົນ; ອິນເດຍສືບຕໍ່ແມ່ນໜຶ່ງໃນ 10 ຄູ່ຄ້າໃຫຍ່ກວ່າໝູ່ຂອງຫວຽດນາມ ດ້ວຍວົງເງິນການຄ້າ 2 ຝ່າຍເພີ່ມຂຶ້ນສະເລ່ຍ 16%/ປີ ໃນຮອບເວລາ 10 ປີຜ່ານມາ. ອິນເດຍ ສະຫງວນບັນດາບຸລິມະສິດໃຫ້ແກ່ຫວຽດນາມ ໃນການຮ່ວມມືພັດທະນາ ແລະ ການສຶກສາ - ບຳລຸງສ້າງ; ເອົາໃຈໃສ່ຊຸກຍູ້ການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ, ພະລັງງານ, ກະສິກຳ… ບໍ່ພຽງແຕ່ໃນຂອບເຂດການຮ່ວມມື 2 ຝ່າຍເທົ່ານັ້ນ, 2 ຝ່າຍຍັງສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ. ຝ່າຍຫວຽດນາມ ກໍ່ປາດຖະໜາວ່າ ບັນດານັກລົງທຶນອິນເດຍ ຈະເພີ່ມທະວີການລົງທຶນເຂົ້າຕະຫຼາດຫວຽດນາມ ຢ່າງແຮງກວ່າ, ນຳອິນເດຍ ກາຍເປັນໜຶ່ງໃນບັນດານັກລົງທຶນໃຫຍ່ທີ່ສຸດຢູ່ຫວຽດນາມ.

        ເມື່ອຕີລາຄາກ່ຽວກັບນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ”, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ, ຫວຽດນາມ ຊົມເຊີຍບັນດາຄວາມມານະພະຍາຍາມ ແລະ ໃຫ້ຄຳໝັ້ນສັນຍາຢ່າງແຮງຂອງອິນເດຍ ໃນການຜັນຂະຫຍາຍນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ”, ເພີ່ມທະວີການເຊື່ອມຕໍ່, ຮ່ວມມືພັດທະນາກັບອາຊຽນ. ດ້ວຍບົດບາດເປັນປະເທດປະສານງານການພົວພັນອາຊຽນ - ອິນເດຍ ໃນໄລຍະ 2015 – 2018, ຫວຽດນາມ ຕັ້ງໜ້າຮ່ວມມືກັບອິນເດຍ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງອິນເດຍ ແລະ ບັນດາປະເທດອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ