ປະທານປະເທດເຈິ່ນດ້າຍກວາງຖະຫວາຍທູບທຽນຢູ່ພະລາຊະວັງທັງລອງ-ຮ່າໂນ້ຍ

ປະທານປະເທດເຈິ່ນດ້າຍກວາງຖະຫວາຍທູບທຽນຢູ່ພະລາຊະວັງທັງລອງ-ຮ່າໂນ້ຍ - ảnh 1
ປະທານປະເທດເຈິ່ນດ້າຍກວາງຖະຫວາຍທູບທຽນ
ຢູ່ພະລາຊະວັງທັງລອງ-ຮ່າໂນ້ຍ

(vovworld) - ຕອນ​ເຊົ້າ​ວັນ​ທີ 5/2, ຢູ່​ເຂດ​ປູຊະນີຍະສະຖານ​ພະ​ລາຊະ​ວັງ ທັງ​ລອງ, ສູນ​ອະນຸລັກ​ຮັກສາ​ມໍລະດົກ ທັງ​ລອງ - ຮ່າ​ໂນ້ຍ ​ໄດ້​ສົມທົບ​ກັບ​ສະມາຄົມ​ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ ທັງ​ລອງ ຈັດ​ຕັ້ງ​ພິທີ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນພະບຸລຸດ, ບັນດາ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ. ທ່ານປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ​ ​ໄດ້​ເຂົ້າ​ຮ່ວມ​ພິທີຖະຫວາຍ​ທູບ​ທຽນ​. ພິທີ​ຖະຫວາຍ​ທູບ​ທຽນ​ຖືກ​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບ​ນັບຖື, ຄວາມ​ຮູ້​ບຸນຄຸນ​ຕໍ່​ບັນພະບຸລຸດ, ຜູ້​ທີ່​ມີ​ຄຸນງາມ​ຄວາມ​ດີ​ໃນ​ການ​ສ້າງ​ພື້ນຖານ​ອະລິຍະ​ທຳ​ ທັງ​ລອງ, ຄວາມ​ສີວິ​ໄລ​ໃຫ້​ປະ​ເທດ ດ້າຍ​ຫວຽດ. ​ໃນ​ບໍລິ​ເວນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສັກສິດ​ຂອງ​ພະ​ລາຊະ​ວັງ ທັງ​ລອງ​ໃນ​ຊຸມ​ວັນ​ຕົ້ນ​ປີ​ໃໝ່​ນີ້, ພິທີ​ຖະຫວາຍ​ທູບ​ທຽນ​ຕົ້ນ​ລະດູບານ​ໃໝ່​ແມ່ນ​ການ​ເຄື່ອນ​ໄຫວ​ທີ່ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບ​ນັບຖື, ມຸ່ງ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ, ບັນພະບຸລຸດ, ​ເຊີດ​ຊູ​ບັນດາ​ຄຸນຄ່າ​ທີ່​ເປັນ​ມູນ​ເຊື້ອ​ຂອງ ທັງ​ລອງ - ຮ່າ​ໂນ້ຍ. ພິທີ​ຖະຫວາຍ​ທູບ​ທຽນ ​ແມ່ນ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ໃນ​ບັນດາ​ເຫດການ​ຕ້ອນຮັບ​ບຸນ​ເຕັດ​ຢູ່​ເຂດ​ປູຊະນີຍະສະຖານ​ພະ​ລາຊະ​ວັງ ທັງ​ລອງ - ຮ່າ​ໂນ້ຍ. ກ່ອນ​ນັ້ນ, ບາງ​ພິທີການ​ທີ່​ເປັນ​ມູນ​ເຊື້ອ​ກໍ່​ໄດ້​ຮັບ​ການ​ວາດ​ພາບ​ຄືນ​ໃໝ່​ຢູ່​ທີ່​ນີ້, ອັນ​ໄດ້​ສ້າງ​ບັນຍາ​ການ​ຟົດ​ຟື້ນ​ມ່ວນ​ຊື່ນ​ໃຫ້​ຊາວ​ນະຄອນຫຼວງ ​ແລະ ​ແຂກ​ທ່ອງ​ທ່ຽວ​ໃນ​ໂອກາດ​ປີ​ໃໝ່.

ຂ່າວ/ບົດ​ອື່ນ