ປະທານປະເທດເຈີນດ້າຍກວາງພົບກັບເລຂາທິການໃຫຍ່,ປະທານປະເທດລາວບຸນຍັງວໍລະຈິດ

ປະທານປະເທດເຈີນດ້າຍກວາງພົບກັບເລຂາທິການໃຫຍ່,ປະທານປະເທດລາວບຸນຍັງວໍລະຈິດ - ảnh 1
(ທ່ານປະທານປະເທດເຈີນດ້າຍກວາງພົບກັບ
ທ່ານເລຂາທິການໃຫຍ່,ປະທານປະເທດລາວ ບຸນຍັງວໍລະຈິດ)


(vovworld) - ວັນ​ທີ 26/04, ທີ່​ການ​ພົບ​ປະ​ຢ​ູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈ​ີນ​ດ້​າຍກວາງ ຢືນ​ຢັນ​ວ່າ, ຍາມ​ໃດ​ຫວຽດ​ນາມ ກ​ໍ​ຖື​​ເປັນ​ສຳ​ຄັນການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ພັກ, 2  ລັດ ຫວຽດ​ນາມ ລາວ ແມ່ນ​ຊັບ​ສົມ​ບັດ​ອັນ​ລ​້ຳ​ຄ່າ, ມີ​ຄວາມ​​ໝາຍເປັນ​ຕາຍ​ສຳ​ລັບ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ຫວຽດ​ນາມ ກ​ໍ​ຄື​ລາວ. ທ່ານ​ປະ​ທານ​ປະ​ເທດ ເຈ​ີນ​ດ້​າຍກວາງ ໄ​ດ້​ຕີ​ລາ​ຄາ​ສ​ູງ​ການ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ມີ​ປະ​ສິດ​ທິ​ຜົນ​ລ​ະ​ຫວ່າງ 2 ປະ​ເທ​ດ ທີ​່ບັນ​ດ​າ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ​ໃນ​ໄລ​ຍະ​ຜ່ານ​ມາ; ພ້ອມ​ທັງ​ຢືນ​ຢັນ​ວ່າ, ຫວຽດ​ນາມ ພວມ ແລະ ຈະ​ສະ​ໜັບ​ສ​ະໜູນ ແລະ ສົມ​ທົບ​ກັບ​ລາວ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ໃຫ້​ລາວ ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ອາ​ຊຽນ 2016 ສຳ​ເລັດ​ຜົນ. ທ່ານ​ປະ​ທານ​ປະ​ເທດ ກໍ​ແລກ​ປ່ຽນ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ແລະ ສະ​ເໜີ​ໃຫ້​ລາວ ສົມ​ທົບ​ກັບ​ຫວຽດ​ນາມ ​ໃນ​ບັນ​ຫານີ້ຢ່າງ​ແໜ້ນ​ແຟ້ນ, ກໍ​ຄື 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ສົມ​ທົບ​ເຊິ່ງ​ກັນ ແລະ ກັນ ແລະ ກັບບັນ​ດາ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ​ໃນ​ບັນ​ຫາ​ຄຸ້ມ​ຄອງ, ນຳ​ໃຊ້​ແຫຼ່ງ​ນຳ​້​ແມ່​ນ້ຳ​ຂອງ​ຢ່າງ​ໝັ້ນ​ຄົງ ແລະ ມີ​ປະ​ສິດ​ທິ​ຜົນ.

        ສ່ວນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ​ລາວ​ ບຸນ​ຍັງວໍ​ລະ​ຈິດ ຢືນ​ຢັນ​ວ່າ, ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ພັກ, ລັດ ແລະ ປະ​ຊາ​ຊົນຫວຽດ​ນາມ, ເພີ່ມ​ພູນ​ຄຸນ​ສ້າງ, ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ​ລາວ - ຫວຽດ​ນາມ ໃຫ້​ພັດ​ທະ​ນາ​ເຂົ້າ​ສູ່​ລ​ວງ​ເລິກ, ແທ​ດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

ຂ່າວ/ບົດ​ອື່ນ