ປະທານປະເທດເຈີນດ້າຍກວາງພົບປະກັບອະດີດທະຫານອາສາສະໝັກຊ່ວຍກຳປູເຈຍ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ກຳປູເຈຍ (24 ມິຖຸນາ 1967 – 24 ມິຖຸນາ 2017), ປີມິດຕະພາບຫວຽດນາມ - ກຳປູເຈຍ 2017.

ປະທານປະເທດເຈີນດ້າຍກວາງພົບປະກັບອະດີດທະຫານອາສາສະໝັກຊ່ວຍກຳປູເຈຍ - ảnh 1 (ທ່ານປະທານປະເທດເຈີນດ້າຍກວາງ

ພົບປະກັບອະດີດທະຫານອາສາສະໝັກຊ່ວຍກຳປູເຈຍ)

ຕອນບ່າຍວັນທີ 17 ມິຖຸນາ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ພົບປະກັບຄະນະຜູ້ແທນອະດີດທະຫານອາສາສະໝັກຫວຽດນສາມ ຊ່ວຍເຫຼືອກຳປູເຈຍ ໄລຍະແຕ່ປີ 1979 – 1989 ແລະ ຜູ້ແທນສູນກາງສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ. ທີ່ການພົບປະ, ທ່ານປະທານປະເທດ ເຈີນດ້າຍກວາງ ສະເໜີໃຫ້ສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ສືບຕໍ່ໂຄສະນາເຖິງປະຊາຊົນທຸກຊັ້ນວັນນະມີຄວາມເຂົ້າໃຈກ່ຽວກັບການພົວພັນຖານ “ບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ລະຫວ່າງ 2 ຊາດກວ່າອີກ. ພ້ອມກັນນັ້ນ, ຄະນະພັກ, ອຳນາດການປົກຄອງທຸກຂັ້ນຕ້ອງເອົາໃຈໃສ່ຊີ້ນຳບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນສົມທົບກັນຢ່າງແໜ້ນແຟ້ນກັບສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ຕັ້ງໜ້າຜັນຂະຫຍາຍການເຄື່ອນໄຫວຕ່າງໆຢ່າງແທດຈິງ, ເພື່ອໃຫ້ປີມິດຕະພາບຫວຽດນາມ - ກຳປູເຈຍ 2017, ພ້ອມທັງປະກອບສ່ວນເຂົ້າໃນການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານຫວຽດນາມ - ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ