ປະທານປະເທດເຈີ່ນດ້າຍກວາງພົບປະສັງສັນຄະນະນັກທຸລະກິດດີເດັ່ນຫວຽດນາມ

ປະທານປະເທດເຈີ່ນດ້າຍກວາງພົບປະສັງສັນຄະນະນັກທຸລະກິດດີເດັ່ນຫວຽດນາມ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ

(vovworld) - ຕອນ​ບ່າຍ​ວັນ​ທີ 16/05, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ພົບປະ​ສັງ​ສັນ​ກັບ​ຄະນະ​ຜູ້​ແທນ​ນັກທຸລະກິດ​ດີ​ເດັ່ນ ທີ່​ເຂົ້າ​ຮ່ວມ “​ເວທີ​ປາ​ໄສ ປະທານ ​ໂຮ່ມຈີ​ມິນ​ກັບ​ວິ​ສາ​ຫະກິດ, ນັກທຸລະກິດ” ​ແລະ ​ເຂົ້າ​ຮ່ວມ​ພິທີ​ປຸກລະດົມ​ຂະ​ບວນການ​ແຂ່ງ​ຂັນ​ນັກທຸລະກິດ ຫວຽດນາມ ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແນວ​ຄິດ, ຄຸນສົມບັດ, ວິຖີ​ຊີວິດ​ຂອງ​ປະທານ​ໂຮ່ຈີ​ມິນ.

        ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢືນ​ຢັນ​ວ່າ: ​ເລື່ອງ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸ​ນສົມບັດປະທານ ​ໂຮ່ຈີ​ມິນ ​ໃນ​ບັນດາ​ວິ​ສາ​ຫະກິດ ​ແລະ ຖັນ​ແຖວ​ນັກທຸລະກິດ, ຜູ້​ອອກ​ແຮງ​ງານ ​ໄດ້ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ສ້າງກຳລັງ​ແຜ່​ຂະຫຍາຍ​ຢ່າງ​ແຮງໃນ​ປະຊາ​ຄົມ​ບັນດາ​ວິ​ສາ​ຫະກິດ​. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ຖັນ​ແຖວ​ນັກທຸລະກິດ​ຄວນ​ຜັນ​ຂະຫຍາຍ​ການປະຕິບັດ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ ກ່ຽວ​ກັບການ​ຍູ້​ແຮງການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ, ວິຖີ​ຊີວິດ ​ໂຮ່ຈີ​ມິນ ຢ່າງ​ເຂັ້ມ​ງວດ; ມານະ​ພະຍາຍາ​ມສ້າງຮູບພາບ​​ນັກທຸລະກິດທີ່​ມີ​ສີສັນ​ຫວຽດນາມ, ຍົກ​ສູງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ປະ​ເທດ​ຊາດ, ມີ​ຄວາມ​ມຸ້ງ​ຫວັງ​ບືນ​ຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ແກ່​ຕົນ​ເອງ ​ແລະ ​ໃຫ້​ແກ່​ປະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ກໍ່​ໃສ່​ໃຈ​ຖັນ​ແຖວ​ວິ​ສາ​ຫະກິດ​ຄວນ​ສ້າງ​ໂຄງ​ປະກອບ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດຄືນ​ໃໝ່, ນຳ​ໃຊ້​ວິທະຍາສາດ​ເຕັກນິກ, ຍົກ​ສູງ​ຄວາມ​ສາມາດ​ຄຸ້ມ​ຄອງ, ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ, ສ້າງ​ລະບົບ​ສະໜອງ, ພ້ອມ​ທັງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັບປະກັນ​ຊີວິດ​ສັງຄົມ​ຢ່າງ​ຕັ້ງໜ້າ.

ຂ່າວ/ບົດ​ອື່ນ