ປະທານປະເທດເຈີນດ້າຍກວາງພົບປະເຈລະຈາກັບປະທານ Duma ແຫ່ງຊາດລັດເຊຍ

(VOVWORLD) -ຕອນເຊົ້າວັນທີ 30 ມິຖຸນາ, ຢູ່ສຳນັກງານ Duma ແຫ່ງຊາດລັດເຊຍ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ມີການພົບປະເຈລະຈາກັບທ່ານປະທານ Duma ແຫ່ງຊາດລັດເຊຍ V.Volodin.

ປະທານປະເທດເຈີນດ້າຍກວາງພົບປະເຈລະຈາກັບປະທານ Duma ແຫ່ງຊາດລັດເຊຍ - ảnh 1 ປະທານປະເທດເຈີນດ້າຍກວາງພົບປະເຈລະຈາກັບປະທານ Duma ແຫ່ງຊາດລັດເຊຍ

(ພາບ: TTXVN)

ທີ່ການພົບປະເຈລະຈາ, ທ່ານປະທານປະເທດ ເຈີນດ້າຍກວາງ ເນັ້ນໜັກວ່າ, ຍາມໃດຫວຽດນາມ ກໍເອົາໃຈໃສ່ ແລະ ຕີລາຄາສູງບັນດາຜົນງານເຊິ່ງສະຫະພັນລັດເຊຍ ບັນລຸໄດ້ ໃນການຮັບປະກັນສະຖຽນລະພາບ ແລະ ການພັດທະນາເສດຖະກິດ - ສັງຄົມ. ຍົກສູງບົດບາດທີ່ຕັ້ງເປັນປະເທດມະຫາອຳນາດຂອງຕົນ ແລະ ຖືວ່າ, Duma ແຫ່ງຊາດ ໄດ້ມີການປະກອບສ່ວນສຳຄັນຫຼາຍຢ່າງເຂົ້າບັນດາຜົນງານດັ່ງກ່າວ. ທ່ານປະເທດ ເຈີນດ້າຍກວາງ ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນລະຫວ່າງສະພາແຫ່ງຊາດ 2 ປະເທດ, ປາດຖະໜາວ່າກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ - ລັດເຊຍ ແລະ ລັດເຊຍ - ຫວຽດນາມ ສືບຕໍ່ເຄື່ອນໄຫວຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າໃນການປັບປຸງການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດເວົ້າສະເພາະ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ ເວົ້າລວມ.

        ທ່ານປະທານ Duma ແຫ່ງຊາດລັດເຊຍ V.Volodin ຢືນຢັນວ່າ, ຍາມໃດ Duma ແຫ່ງຊາດກໍ່ສະຫງວນຄວາມເອົາໃຈໃສ່ພິເສດໃຫ້ຫວຽດນາມ ເພື່ອແນໃສ່ຊຸກຍູ້ ແລະ ເພີ່ມທະວີການຮ່ວມມືລະຫວ່າງສະຫະພັນລັດເຊຍ - ຫວຽດນາມ ໃນບັນດາຂົງເຂດເສດຖະກິດ - ການຄ້າ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ - ບຳລຸງສ້າງ… ກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ