ປະທານປະເທດເຈີ່ນດ້າຍກວາງພ້ອມດ້ວຍພັນລະຍາເລີ່ມການຢ້ຽມຢາມທາງລັດຖະກິດຢູ່ຍີ່ປຸ່ນ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງລັດຍີ່ປຸ່ນ, ຕອນບ່າຍວັນທີ 29 ພຶດສະພາ, ທ່ານປະທານປະເທດຫວຽດນາມ ພ້ອມດ້ວຍພັນລະຍາໄດ້ໄປຮອດນະຄອນຫຼວງໂຕກຽວ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ຍີ່ປຸ່ນ ໃນລະຫວ່າງວັນທີ 29 ພຶດສະພາ - 2 ມິຖຸນາ.

ປະທານປະເທດເຈີ່ນດ້າຍກວາງພ້ອມດ້ວຍພັນລະຍາເລີ່ມການຢ້ຽມຢາມທາງລັດຖະກິດຢູ່ຍີ່ປຸ່ນ - ảnh 1ພິທີຕ້ອນຮັບທ່ານປະທານປະເທດເຈີນດ້າຍກວາງ ພ້ອມດ້ວຍພັນລະຍາ ທີ່ສະໜາມບິນສາກົນ Haneda, ນະຄອນຫຼວງໂຕກຽວ, ຍີ່ປຸ່ນ

(ພາບ: Nhan Sang/TTXVN)

ລັດຍີ່ປຸ່ນໄດ້ຈັດພິທີຕ້ອນຮັບ ທ່ານປະທານປະເທດ ເຈີນດ້າຍກວາງ ພ້ອມດ້ວຍພັນລະຍາ ຕາມລະດັບສູງສຸດ. ຕ້ອນຮັບທ່ານປະທານປະເທດເຈີນດ້າຍກວາງ ພ້ອມດ້ວຍພັນລະຍາ ທີ່ສະໜາມບິນສາກົນ Haneda ຝ່າຍຍີ່ປຸ່ນລວມມີ: ທ່ານລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ Kazuyuki Nakane; ທ່ານເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ Kunio Umeda ພ້ອມດ້ວຍພັນລະຍາ; ພ້ອມກັບບັນດາເຈົ້າໜ້າທີ່ກະຊວງການຕ່າງປະເທດ.

        ພາຍຫຼັງໄປຮອດຍີ່ປຸ່ນແລ້ວ, ທ່ານປະທານປະເທດເຈີ່ນດ້າຍກວາງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມແຂວງ Gunma, ເຊິ່ງເປັນທ້ອງຖິ່ນທີ່ມີຊາວຫວຽດນາມ ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນ ຢູ່ທີ່ນີ້ເປັນຈຳນວນຫລວງຫລາຍ.

        ຕາມລາຍການແລ້ວ, ຕອນເຊົ້າວັນທີ 30 ພຶດສະພາ, ພິທີຕ້ອນຮັບທ່ານປະທານປະເທດຫວຽດນາມເຈີ່ນດ້າຍກວາງ ພ້ອມດ້ວຍພັນລະຍາ ຢ້ຽມຢາມທາງລັດຖະກິດຢູ່ຍີ່ປຸ່ນຢ່າງເປັນທາງການ ຈະຖືກຈັດຕັ້ງຂຶ້ນທີ່ພະລາດຊະວັງຢູ່ນະຄອນຫຼວງໂຕກຽວ ຢ່າງສົມກຽດ ໂດຍການເປັນປະທານຂອງພະເຈົ້າຈັກກະພັດຍີ່ປຸ່ນ Akihito.

ຕອບກັບ

ຂ່າວ/ບົດ​ອື່ນ