ປະທານປະເທດເຈີ່ນດ້າຍກວາງມີບົດຂຽນເນື່ອງໃນໂອກາດສະເຫຼີມສະຫຼອງ 43 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ

(VOVWORLD) -ເສີມຂະຫຍາຍກຳລັງແຮງຂອງເຈດນຳນົງເອກະພາບ ທ້ອນໂຮມປະເທດຊາດ ແລະຄວາມມູ່ງຫວັງສັນຕິພາບໃນພາລະກິດປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ປະທານປະເທດເຈີ່ນດ້າຍກວາງມີບົດຂຽນເນື່ອງໃນໂອກາດສະເຫຼີມສະຫຼອງ 43 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ - ảnh 1 ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ

(ພາບ: nhandan.com.vn)

ນີ້ແມ່ນຫົວຂໍ້ ບົດຂຽນຂອງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ເນື່ອງໃນໂອກາດສະເຫຼີມສະຫຼອງ 43 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ. ບົດຂຽນຊີ້ແຈ້ງວ່າ: ການບຸກໂຈມຕີຄັ້ງໃຫຍ່ ແລະ ລຸກຮື້ຂຶ້ນລະດູບານໃໝ່ປີ 1975 ຈຸດສູງແມ່ນບັ້ນຮົບ ໂຮ່ຈິມິນ ປະຫວັດສາດ ໄດ້ປົດປ່ອຍພາກໃຕ້ຫວຽດນາມຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ, ສິ້ນສຸດໄຊຊະນະຂອງພາລະກິດຕໍ່ສູ້ຕ້ານຈັກກະພັດອາເມລິກາ, ກູ້ຊາດ ດ້ວຍການເສຍສະຫຼະ, ຄວາມລຳບາກກາກກຳຫຼວງຫຼາຍ ແລະ ແຕ່ສະຫງ່າລະສີຂອງຊາດຫວຽດນາມ. ແຕ່ລະບາດກ້າວພັດທະນາ, ເຕີບໂຫຍ່ຂອງການປະຕິວັດຫວຽດນາມ ລ້ວນແຕ່ຕິດພັນກັບຊີວິດ ແລະ ພາລະກິດປະຕິວັດທີ່ຟົດຟື້ນ, ສູງສົ່ງຂອງປະທານໂຮ່ຈິມິນ ຜູ້ຍິ່ງໃຫຍ່.

      ບົດຂຽນໄດ້ຢືນຢັນວ່າ: ພາຍຫຼັງປົດປ່ອຍພາກໃຕ້ຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ, ຈາກການເລີ່ມຕົ້ນດ້ານເສດຖະກິດຕ່ຳ, ນັບທັງຖືກຜົນສະທ້ອນຢ່າງໜັກໜ່ວງຂອງຊຸມເດືອນປີສົງຄາມຢ່າງດຸເດືອດ, ພາຍໃຕ້ການຊີ້ນຳນຳພາຂອງພັກ, ລັດ, ປະຊາຊົນຫວຽດນາມ ໄດ້ຍົກສູງສະຕິລັດທິວິລະຊົນປະຕິວັດ, ມານະພະຍາຍາມສູ້ຊົນ, ແກ້ໄຂຄວາມຫຍຸ້ງຍາກ, ຜ່ານຜ່າສິ່ງທ້າທາຍ, ບັນລຸໄດ້ບັນດາຜົນງານທີ່ສຳຄັນໃນຫຼາຍຂົງເຂດ.

      ກວ່າ 30 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ບັນລຸໄດ້ບັນດາຜົນງານຢ່າງໃຫຍ່ຫຼວງ, ໄດ້ຫຼຸດພົ້ນອອກຈາກວິກິດການເສດຖະກິດ, ສັງຄົມ ແລະ ສະພາບດ້ອຍພັດທະນາ, ກາຍເປັນປະເທດພັດທະນາ, ມີລາຍຮັບປານກາງ, ພວມຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ. ເສດຖະກິດບັນລຸການເຕີບໂຕດີພໍສົມຄວນ; ການເມືອງ - ສັງຄົມມີສະຖຽນລະພາບ, ການປ້ອງກັນຊາດປ້ອງກັນຄວາມສະຫງົບໄດ້ຮັບການຮັບປະກັນ; ວັດທະນະທຳ, ສັງຄົມມີບາດກ້າວພັດທະນາ;  ປະຊາທິປະໄຕສັງຄົມນິຍົມໄດ້ຮັບການເສີມຂະຫຍາຍ ແລະ ນັບມື້ນັບໄດ້ຮັບການເປີດກວ້າງ; ມະຫາສາມັກຄີທົ່ວປວງຊົນທັງຊາດໄດ້ຮັບການປັບປຸງ ແລະ ເພີ່ມທະວີ; ວຽກງານກໍ່ສ້າງພັກ, ກໍ່ສ້າງລັດແຫ່ງນິຕິບັນຍັດສັງຄົມນິຍົມ ແລະ ລະບົບການເມືອງໄດ້ຮັບການຍູ້ແຮງ; ການພົວພັນຕ່າງປະເທດນັບມື້ນັບໄດ້ຮັບການເປີດກວ້າງເຂົ້າສູ່ລວງເລິກ… ນີ້ແມ່ນປະຖົມປັດໃຈສຳຄັນເພື່ອໃຫ້ຫວຽດນາມ ສືບຕໍ່ປ່ຽນແປງໃໝ່ ແລະ ພັດທະນາຢ່າງໝັ້ນຄົງ, ເຂັ້ມແຂງ, ຢືນຢັນເສັ້ມທາງກ້າວຂຶ້ນສັງຄົມນິຍົມແມ່ນເໝາະສົມກັບພຶດຕິກຳຂອງຫວຽດນາມ ແລະ ທ່າອ່ຽງພັດທະນາຂອງປະຫວັດສາດ.

ຕອບກັບ

ຂ່າວ/ບົດ​ອື່ນ